Lao people’s Army News, ພິທີປິດການເຝິກກຳລັງເຄື່ອນທີ່ໄວຂອງກອງພັນໃຫຍ່ 11 ປະຈຳປີ 2022 ໄດ້ຈັດຂຶ້ນໃນວັນທີ 22 ກັນຍາ 2022 ຢູ່ທີ່ ສະ ໜາມເຝິກແອບວິທະຍາຄານນາຍທະຫານບົກ ກົມມະດຳ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພົນ ເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະ ມົນຕີກະຊວງປ້ອງກັນປະເທດ, ມີ ຮອງລັດຖະມົນຕີ, ບັນດາກົມ, ຫ້ອງການ, ກົມກອງ, ຄະນະພັກ- ຄະນະບັນຊາກອງພັນໃຫຍ່ 11, ຄະນະຮັບຜິດຊອບການເຝິກແອບ ແລະ ແຂກທີ່ຖືກເຊີນ ເຂົ້າຮ່ວມ.
ສະຫາຍ ພັນເອກ ກົງທອງ ສຸຂະວົງ ຫົວໜ້າການທະຫານ ຫົວໜ້າຮັບຜິດຊອບພາກສະໝາມກຳ ລັງເຄື່ອນທີໄວ ກອງພັນໃຫຍ່11 ກ່າວວ່າ: ການຈັດຕັ້ງປະຕິບັດ ການເຝິກແອບກຳລັງເຄື່ອນທີ່ໄວຄັ້ງນີ້ໂດຍອີງໃສ່ເນື້ອໃນ ແລະ ກຳນົດເວລາ ເຊິ່ງເປັນ ການເຝິກແອບໄລຍະສັ້ນໃນການ ເຝິກແອບຮ່ຳຮຽນຕົວຈິງໃນແຕ່ລະວິຊາເປັນຕົ້ນແມ່ນສິນລະປະຍຸດ-ຍຸດທະວິທີ, ມວຍປ້ອງກັນຕົວ, ມວຍຕໍ່ສູ້ປະຈັນບານ ແລະ ວິຊາອື່ນໆ ຕະຫລອດໄລຍະການ ເຝິກແອບເຖິງຈະພົບຄວາມຫຍຸ້ງ ຍາກຫຼາຍດ້ານ ເປັນຕົ້ນແມ່ນດ້ານງົບປະມານ ແລະ ວັດຖຸຮັບໃຊ້ການອົບຮົມ-ຫັດແອບ ແຕ່ ຄະນະຮັບຜິດຊອບທຸກພາກສ່ວນ ກໍຄື ຄະນະພັກ-ຄະນະບັນຊາກອງ ພັນໃຫຍ່11 ລວມທັງກຳລັງອ້າຍ ນ້ອງກອງພັນເຄື່ອນທີ່ໄວ ໄດ້ມີ ຄວາມຮັບຜິດຊອບສູງຜ່ານຜ່າ ຄວາມຫຍຸ້ງຍາກດັ່ງກ່າວເຮັດໃຫ້ ການຈັດຕັ້ງປະຕິບັດການເຝິກ ແອບຄັ້ງນີ້ ບັນລຸຕາມເປົ້າໝາຍ ທັງຮັບປະກັນຄວາມປອດໄພ ແລະ ມີຜົນສຳເລັດຢ່າງຈົບງາມ.
ສະຫາຍ ພົນຈັດຕະວາ ພັນ ແສງ ບຸນພັນ ຮອງຫົວໜ້າກົມ ໃຫຍ່ເສນາທິການກອງທັບ ຫົວ ໜ້າຄະນະຊີ້ນຳບັ້ນເຝິກແອບກຳລັງເຄື່ອນທີ່ໄວຂອງກອງພັນໃຫຍ່ 11 ກ່າວວ່າ: ການຈັດຕັ້ງປະຕິ ບັດການເຝິກແອບກຳລັງເຄື່ອນທີ່ໄວແມ່ນໄດ້ບົດຮຽນຫລາຍຢ່າງເພື່ອປັບປຸງກຳລັງປະກອບອາວຸດພວກເຮົາໃຫ້ມີຄວາມເຂັ້ມແຂງ ເວົ້າລວມເວົ້າສະເພາະ ກອງພັນໃຫຍ່ 11 ແລະ ກົມກອງອື່ນໆ ແນໃສ່ຮັບປະກັນຕອບສະໝອງໃນວຽກງານວິຊາສະເພາະ ໃນໄລຍະໃໝ່.
ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະຮັບຜິດຊອບ ການເຝິກແອບ ແລະ ພະນັກງານ-ນັກຮົບທຸກສະຫາຍທີ່ໄດ້ເອົາ ໃຈໃສ່ເຂົ້າໃນການເຝິກແອບຄັ້ງນີ້ ເຊິ່ງເປັນການເຝິກແອບດ້ານວິຊາສະເພາະໃຫ້ມີຄວາມຊຳນິຊຳນານ ພ້ອມທັງຮຽກຮ້ອງໃຫ້ຈົ່ງສືບຕໍ່ເຝິກຝົນຮ່ຳຮຽນ ແລະ ນຳເອົາຜົນສຳເລັດການເຝິກແອບ ດັ່ງກ່າວນີ້ໄປຈັດຕັ້ງປະຕິບັດໃຫ້ມີປະສິດທິພາບສູງ.