ຂປລ. ວັນທີ 23 ກັນຍາ 2022 ນີ້, ທ່ານ ນາງ ທິບພະກອນ ຈັນທະວົງສາ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຜູ້ປະຕິບັດໜ້າທີ່ໂຄສົກລັດຖະບານ ໄດ້ຖະແຫລງຜົນກອງປະຊຸມລັດຖະບານ ປະຈໍາເດືອນກັນຍາ 2022 ເຊິ່ງກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນ ໃນຕອນເຊົ້າຂອງວັນທີ 22 ແລະ ອັດລົງວັນທີ 23 ກັນຍາ 2022 ທີ່ສຳນັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້, ໄດ້ປຶກສາຫາລື, ຄົົ້ນຄວ້າ, ຕົກລົງ ແລະ ມີທິດຊີ້ນຳ ຕໍ່ຫົວຂໍ້ທີ່ສໍາຄັນຕ່າງໆຄື: ວາລະທີ 1: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງ ເອົາບົດສະຫລຸບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂອງລັດຖະບານ ໃນເດືອນກັນຍາ ແລະ ແຜນການຈັດຕັ້ງປະຕິບັດວຽກງານຈຸດສຸມ ສຳລັບເດືອນຕຸລາ 2022 ໂດຍມອບໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໄປປັບປຸງຄືນ ຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ວຽກງານທີ່ພົ້ນເດັ່ນ ແລະ ວຽກຈຸດສຸມຕໍ່ໜ້າ ໂດຍກໍານົດລະອຽດ, ຈະແຈ້ງ, ຄົບຖ້ວນ, ຄຽງຄູ່ກັນນັ້ນ ກໍໃຫ້ເນັ້ນມາດຕະການຈັດຕັ້ງປະຕິບັດ, ເພີ່ມທະວີຄວາມຮັບຜິດຊອບ, ຄວາມເປັນເຈົ້າການຂອງສະມາຊິກລັດຖະບານ ໃນການປະຕິບັດໜ້າທີ່ຕາມຂອບເຂດສິດ, ພາລະບົດບາດ ຂອງຂະແໜງການຕົນ, ພ້ອມທັງ ເປັນເຈົ້າການໃນການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອແກ້ໄຂບັນຫາທີ່ຕິດພັນກັບຂະແໜງ ການຕົນໃຫ້ຂາດຕົວ, ຖ້າຫາກບັນຫາໃດ ບໍ່ສາມາດຕົກລົງຮ່ວມກັນໄດ້ ຈຶ່ງສະເໜີຫາທ່ານ ຮອງນາຍົກລັດຖະມົນຕີ ແລະ ທ່ານນາຍົກລັດຖະມົນຕີ ເພື່ອພິຈາລະນາ ມີທິດຊີ້ນໍາ.
ວາລະທີ 2: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງ ບົດລາຍງານການກະກຽມຄວາມພ້ອມຮອບດ້ານ ໃຫ້ທ່ານນາຍົກລັດຖະມົນຕີ ທີ່ຈະເດີນທາງໄປເຄື່ອນໄຫວຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ແລະ ການກະກຽມຕ້ອນຮັບການມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ຂອງການນຳຂັ້ນສູງຈາກຕ່າງປະເທດ. ກອງປະຊຸມ ໄດ້ຊີ້ນໍາໃຫ້ກະຊວງການຕ່າງປະເທດ ປະສານສົມທົບກັບພາກສ່ວນກ່ຽວຂ້ອງ ເພື່ອຮັບປະກັນຄວາມພ້ອມຮອບດ້ານ. ສິ່ງສໍາຄັນ ແມ່ນໃຫ້ສາມາດຖອດຖອນບົດຮຽນ ແລະ ຜັນຂະຫຍາຍຜົນການພົບປະຂອງການນໍາຂັ້ນສູງ ເຂົ້າສູ່ວຽກງານຕົວຈິງ ທີ່ຕິດພັນກັບຂອງຂະແໜງການຕົນເອງ ໃຫ້ມີປະສິດທິຜົນ ແລະ ເປັນຮູບປະທໍາຕົວຈິງຫລາຍຂຶ້ນ.
ວາລະທີ 3: ກອງປະຊຸມ ໄດ້ພິຈາລະນາຮ່າງບົດລາຍງານຄວາມຄືບໜ້າໃນການຈັດ ຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ໄລຍະ 9 ເດືອນ, ທິດທາງ 3 ເດືອນ ທ້າຍປີ 2022 ແລະ ທິດທາງແຜນການປີ 2023 ແລະ ໄດ້ຊີ້ນໍາໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງປະສານສົມທົບກັບ ກະຊວງການເງິນ ແລະທະນາຄານ ແຫ່ງ ສປປ ລາວ ປັບປຸງຮ່າງບົດລາຍງານ ແລະ ມີຄວາມເປັນເອກະພາບ ກ່ຽວກັບທັດສະນະໃນການຕີລາຄາຜົນສຳເລັດການຈັດຕັ້ງປະຕິບັດໃນໄລຍະຜ່ານ ບົນພື້ນຖານຄວາມເປັນຈິງ, ມີຄວາມເປັນເອກະພາບທາງດ້ານຄາດໝາຍ, ນະໂຍບາຍບຸລິມະສິດ, ມາດຕະການ, ວິທີການ, ການແບ່ງຄວາມຮັບຜິດຊອບ ແລະ ກົນໄກການປະສານງານ ໃນການຈັດຕັ້ງປະຕິບັດແຜນດັ່ງກ່າວ. ຫລັງຈາກນັ້ນ, ໃຫ້ສົມທົບກັບຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ແລະ ສະຖາບັນຄົ້ນຄວ້າວິທະຍາສາດ, ເສດຖະກິດ-ສັງຄົມ ແຫ່ງຊາດ ຈັດສຳມະນາ ເພື່ອຄົ້ນຄວ້າປະກອບຄຳເຫັນຕໍ່ຮ່າງແຜນດັ່ງກ່າວ ບົນພື້ນຖານຫລັກວິທະຍາສາດ, ສະພາບຕົວຈິງ ແລະ ບົດ ຮຽນຂອງຕ່າງປະເທດ.
ວາລະທີ 4: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງ ຍຸດທະສາດການຄຸ້ມຄອງການປ່ຽນແປງດິນຟ້າອາກາດແຫ່ງຊາດ ຮອດປີ 2030 ແລະ ຍຸດທະສາດການຄຸ້ມຄອງນໍ້າ ແລະ ຊັບພະຍາກອນນໍ້າ ແຫ່ງຊາດ ຮອດປີ 2030. ພ້ອມກັນນີ້, ໄດ້ຊີ້ນໍາໃຫ້ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເປັນໃຈກາງສົມທົບກັບ ກະຊວງພະລັງງານ ແລະ ບໍ່ແຮ່, ກະຊວງກະສິກຳ ແລະ ປ່າໄມ້ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ ນຳໄປປັບປຸງ ໃຫ້ມີເນື້ອໃນຄົບຖ້ວນສົມບູນ ແລ້ວນຳມາຜ່ານ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເພື່ອຮຽບຮຽງຄືນໃຫ້ລະອຽດ ແລະ ສະເໜີ ທ່ານຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານຂົງເຂດການປົກຄອງ, ວັດທະນະທຳ-ສັງຄົມ ເບິ່ງຕື່ມ ກ່ອນນໍາສະເໜີທ່ານນາຍົກລັດຖະມົນຕີ ພິຈາລະນາລົງລາຍເຊັນ.
ວາລະທີ 5: ກອງປະຊຸມ ໄດ້ພິຈາລະນາ ແລະ ເຫັນດີດ້ານຫລັກການຮັບຮອງ ຍຸດທະສາດການຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກຳ ຮອດປີ 2030 ແລະ ວິໄສທັດຮອດປີ 2040. ກອງປະຊຸມ ໄດ້ຊີ້ນໍາໃຫ້ກະຊວງກະສິກຳ ແລະ ປ່າໄມ້ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ນຳໄປປັບປຸງ ແລະ ຮຽບຮຽງ ຮ່າງຍຸດທະສາດດັ່ງກ່າວ ໃຫ້ຄົບຖ້ວນສົມບູນ ຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ໃຫ້ຕີລາຄາ ແລະ ປະເມີນສະພາບການຄຸ້ມຄອງ ແລະ ນໍາໃຊ້ດິນກະສິກໍາ ໃນໄລຍະຜ່ານມາໃຫ້ຊັດເຈນ, ຈະແຈ້ງ ເພື່ອເປັນຂໍ້ມູນພື້ນຖານ ໃນການກໍານົດແຜນຍຸດທະສາດ. ສິ່ງສໍາຄັນ ແມ່ນໃຫ້ກໍານົດແຈ້ງເຂດເນື້ອທີ່ດິນກະສິກໍາ ລວມທັງຄຳນິຍາມຂອງດິນກະສິກຳ, ກຳນົດມາດຕະການໃນການຄຸ້ມຄອງການນໍາໃຊ້ດິນ ເພື່ອບໍ່ໃຫ້ຫັນເນື້ອທີ່ດັ່ງກ່າວ ໄປໃນເປົ້າໝາຍອື່ນແບບຊະຊາຍ ທັງນີ້ ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານສະບຽງອາຫານ.
ວາລະທີ 6: ກອງປະຊຸມ ໄດ້ພິຈາລະນາບົດລາຍງານ ການຫັນເອົາຫົວໜ່ວຍວິຊາການທີ່ມີລາຍຮັບຈາກການຄຸ້ມຄອງບໍລິຫານ ໄປສູ່ການຄຸ້ມຄອງເປັນເຈົ້າການຕົນເອງ ທາງດ້ານການເງິນ ເທື່ອລະກ້າວ. ກອງປະຊຸມ ເຫັນດີໃຫ້ເຮັດທົດລອງຫົວໜ່ວຍວິຊາການຈຳ ນວນໜຶ່ງ ແຕ່ຕ້ອງມີຂໍ້ຕົກລົງຂອງ ນາຍົກລັດຖະມົນຕີ ເພື່ອກຳນົດຫລັກການ, ເປົ້າໝາຍ ແລະ ວິທີການ, ສິດ ແລະ ພາລະບົດບາດຂອງບັນດາຫົວໜ່ວຍວິຊາການ ທີ່ຫັນໄປກຸ້ມຕົນເອງໃຫ້ລະອຽດ. ພ້ອມນີ້ ໄດ້ຊີ້ນໍາໃຫ້ກະຊວງພາຍໃນ ສົມທົບກັບກະຊວງການເງິນ ແລະ ພາກສ່ວນທີ່ກ່ຽວຂ້ອງ ກວດກາຄືນບັນດານິຕິກໍາທີ່ກ່ຽວຂ້ອງ ແລະ ນິຕິກຳລຸ່ມກົດໝາຍ ມີອັນໃດແດ່ ທີ່ຕ້ອງໄດ້ປັບປຸງ ແລະ ມີອັນໃດທີ່ຕ້ອງສ້າງໃໝ່ ເພື່ອເປັນບ່ອນອີງ ແລະ ສາ ມາດຮອງຮັບໃຫ້ແກ່ການທົດລອງ ໃນການຫັັນບັນດາຫົວໜ່ວຍວິຊາການຂອງລັດທີ່ມີລາຍຮັບ ເປັນເຈົ້າຕົນເອງທາງດ້ານການເງິນ ໃຫ້ເປັນຮູບປະທຳ.
ວາລະທີ 7: ກອງປະຊຸມຮັບຟັງການລາຍງານກ່ຽວກັບ ຜົນການຈັດຕັ້ງປະຕິບັດວຽກງານຈໍານວນໜຶ່ງ ຕາມທິດຊີ້ນໍາຂອງທ່ານນາຍົກລັດຖະມົນຕີ ໃນກອງປະຊຸມລັດຖະບານ ສະໄໝວິສາມັນ ປະຈໍາເດືອນກັນຍາ 2022 ທີ່ຜ່ານມາ ຄື: ການອອກແບບແຜນແມ່ບົດ ແລະ ທິດທາງລວມໃນການພັດທະນາ, ນໍາໃຊ້ພື້ນທີ່ 3 ກະຊວງ(ກະຊວງຍຸຕິທຳ, ໂຍທາທິການ ແລະ ຂົນສົ່ງ ແລະ ກະຊວງ ກະສິກຳ ແລະ ປ່າໄມ້) ຕິດພັນກັບການອອກແບບສວນປະຕູໄຊພາກຂະຫຍາຍ ຊຶ່ງກອງປະຊຸມ ໃຫ້ນະຄອນຫລວງວຽງຈັນສືບຕໍ່ອອກແບບ ແຜນຜັງ ໃຫ້ມີຢ່າງໜ້ອຍ 3 ທາງເລືອກ ໂດຍຊອກນັກວິສາວະກອນທີ່ເກັ່ງມາອອກແບບ ຫລື ຈັດການແຂ່ງຂັນການອອກແບບແລ້ວຄັດຈ້ອນເອົາ. ຫລັງຈາກນັ້ນ ຈຶ່ງນຳມາຜ່ານລັດຖະບານອີກຄັ້ງໜຶ່ງ ເພື່ອພິຈາລະນາ ເນື່ອງຈາກໂຄງການດັ່ງກ່າວເປັນໂຄງການທີ່ສຳຄັນຫລາຍ ຊຶ່ງຈະເປັນສັນຍາລັກຂອງນະຄອນຫລວງວຽງຈັນ ກໍຄື ຂອງຊາດ; ຜົນການກວດກາ ການປະຕິບັດນະໂຍບາຍການເຂົ້າ-ອອກຂອງແຮງງານລາວ ແລະ ຕ່າງປະເທດ ໃນປັດຈຸບັນ ໂດຍສົມທຽບກັບໃນໄລຍະມີການລະບາດຮ້າຍແຮງຂອງພະຍາດໂຄວິດ-19.
ກອງປະຊຸມໄດ້ເຫັນດີໃຫ້ຢຸດຕິການປະຕິບັດນະໂຍບາຍການເຂົ້າ-ອອກ ເມືອງຂອງແຮງງານລາວ ແລະ ຕ່າງປະເທດ ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ແລ້ວກ້າວເຂົ້າສູ່ການປະຕິບັດການເຂົ້າ-ອອກເມືອງ ແບບປົກກະຕິຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງກໍານົດ ຄືກັນກັບເວລາທີ່ບໍ່ທັນມີການລະບາດຂອງພະຍາດໂຄວິດ-19, ພ້ອມ ນັ້ນ ກໍໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ດັດສົມບໍລິສັດຈັດຫາງານຕື່ມ, ມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງການຕ່າງປະເທດ, ກະຊວງປ້ອງກັນຄວາມສະຫງົບ ນຳເອົາເນື້ອໃນຈິດໃຈການຕົກລົງຂອງລັດຖະບານ ໄປອະ ທິບາຍ, ຊີ້ແຈງ ແລະ ເຜີຍແຜ່ໃຫ້ເປົ້າໝາຍກ່ຽວຂ້ອງເຂົ້າໃຈ ແລະ ປະຕິບັດຕາມການຕົກ ລົງຂອງລັດຖະບານ, ມອບໃຫ້ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ອອກແຈ້ງການສະເພາະຫົວຂໍ້ນີ້ຕື່ມ ເພື່ອເປັນບ່ອນອີງໃຫ້ຂະແໜງການກ່ຽວຂ້ອງຈັດຕັ້ງປະຕິບັດ; ການລາຍງານຄວາມເປັນໄປໄດ້ ໃນການຍົກຍ້າຍກົມກົງສູນໄປຢູ່ບ່ອນໃໝ່.
ກອງປະຊຸມເຫັນວ່າ ເນື່ອງຈາກຍັງມີຄວາມຫຍຸ້ງຍາກໃນການຊອກສະຖານທີ່ບ່ອນໃໝ່ ແລະ ດ້ານງົບປະມານໃນການສ້າງສຳນັກງານໃໝ່ ຈຶ່ງເຫັນດີໃຫ້ຕັ້ງຢູ່ບ່ອນເກົ່າກ່ອນ, ແຕ່ມອບໃຫ້ກະຊວງການຕ່າງປະເທດ ເປັນໃຈກາງປະສານສົມທົບກັບກະຊວງປ້ອງກັນຄວາມສະຫງົບ ແລະ ນະ ຄອນຫລວງວຽງຈັນ ແກ້ໄຂຄວາມແອອັດ ແລະ ຈັດສັນບັນດາຫ້າງຮ້ານທີ່ຢູ່ບໍລິເວນກົມກົງສູນໃຫ້ເປັນລະບຽບຮຽບຮ້ອຍ, ເດັດຂາດບໍ່ໃຫ້ຂາຍເຄື່ອງຊະຊາຍ ແລະ ກີດຂວາງການສັນຈອນ. ພ້ອມກັນນັ້ນ, ກໍໃຫ້ປັບປຸງຂັ້ນຕອນ ແລະ ວິທີການເຮັດວຽກໃຫ້ກະທັດຮັດ, ວ່ອງໄວ ເພື່ອອຳນວຍຄວາມສະດວກໃຫ້ຜູ້ໃຊ້ບໍລິການເຮັດໜັງສືຜ່ານແດນ ໃຫ້ດີກວ່າເກົ່າ. ໃນນັ້ນ, ໃຫ້ເລັ່ງການຫັນເປັນທັນສະໄໝໃນການຮັບເອກະສານ, ການແກ້ໄຂເອກະສານ ແລະ ການເກັບຄ່າທຳນຽມ, ຄ່າບໍລິການ ໃນການເຮັດໜັງສືຜ່ານແດນໃຫ້ສຳເລັດໄວ.