ການແຂ່ງຂັນປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງທີ 26 ທີ່ ສປປ ລາວ ເປັນເຈົ້າພາບຄັ້ງທຳອິດ ໃນລະຫວ່າງວັນທີ 1-6 ກັນຍາ 2022 ປະຈຸບັນມີນັກກິລາ 160 ກວ່າຄົນ ຈາກ 17 ປະເທດ ແລະ ເຂດແຄວ້ນ ຢືນຢັນເຂົ້າຮ່ວມຊິງໄຊ ໂດຍມີທັງໝົດ 11 ລາຍການຄື: ລະດັບເຍົາວະຊົນ ຮຸ່ນອາຍຸບໍ່ເກີນ 15 ປີ (U15) 4 ລາຍການ: ປະເພດຍິງດ່ຽວ-ຊາຍດ່ຽວ, ທີມຍິງ ແລະ ທີມຊາຍ; ລະດັບໄວໜຸ່ມ ຮຸ່ນອາຍຸບໍ່ເກີນ 19 ປີ (U19) ມີ 7 ລາຍການຄື: ປະເພດຍິງດ່ຽວ-ຊາຍດ່ຽວ, ຄູ່ຍິງ, ຄູ່ຊາຍ, ຄູ່ປະສົມ, ທີມຍິງ ແລະ ທີມຊາຍ.
ສຳລັບ 17 ປະເທດ ແລະ ເຂດແຄວ້ນ ທີ່ເຂົ້າຮ່ວມປິ່ງປ່ອງຊິງແຊ້ມເຍົາວະຊົນ-ໄວໜຸ່ມ ອາຊີ ຄັ້ງນີ້ ປະກອບມີ: ບາເຣນ, ບັງກະລາເທດ, ສປ ຈີນ, ໄຕ້ຫວັນ, ຮົງກົງ, ອີຣານ, ອິນເດຍ, ຍີ່ປຸ່ນ, ຄາຊັກສະຖານ, ມາເລເຊຍ, ເນປານ, ກາຕ້າ, ສາທາລະນະລັດເກົາຫລີ (ເກົາຫລີໃຕ້), ສິງກະໂປ, ໄທ, ອຸສເບກິສຖານ ແລະ ສປປ ລາວ ເຈົ້າພາບ.
ສະເພາະລາວເຮົາ ສົ່ງນັກກິລາເຂົ້າຮ່ວມແຂ່ງຂັນ 16 ຄົນ ໂດຍໄດ້ສິດທິພິເສດໃນນາມເຈົ້າພາບ ສາມາດສົ່ງແຂ່ງຂັນຄົບທຸກລາຍການໂດຍບໍ່ຕ້ອງແຂ່ງຮອບຄັດເລືອກ ເຊິ່ງຄັ້ງນີ້ ພວກເຮົາຂາດນັກກິລາພຽງປະເພດຍິງດ່ຽວ U19 ສ່ວນອີກ 10 ລາຍການ ສົ່ງເຂົ້າຮ່ວມທັງໝົດ. ສຳລັບ 10 ລາຍການ ທີ່ນັກກິລາປິ່ງປ່ອງລາວເຂົ້າຮ່ວມມີ: U19 ປະເພດຊາຍ 5 ຄົນ, U15 ປະເພດຊາຍ 6 ຄົນ ແລະ U15 ປະເພດຍິງ 5 ຄົນ. ການແຂ່ງຂັນຄັ້ງນີ້ ນອກຈາກນັກກິລາ 160 ກວ່າຄົນ ຈາກ 17 ປະເທດ ແລະ ເຂດແຄວ້ນ ທີ່ເຂົ້າຮ່ວມ ຍັງມີທີມງານກຳມະການຕັດສິນ ພ້ອມດ້ວຍ ວິຊາການ ເຈົ້າໜ້າທີ່ກ່ຽວຂ້ອງເກືອບ 100 ຄົນ ຈາກຫລາກຫລາຍປະເທດເຂົ້າຮ່ວມ.
ເຊີນຊວນທ່ານຜູ້ຊົມ ມາຮ່ວມຊົມ ຮ່ວມເຊຍ ແລະ ເປັນເຈົ້າພາບທີ່ດີຮ່ວມກັນ ເພື່ອໃຫ້ງານຄັ້ງນີ້ ປະສົບຜົນສຳເລັດຕາມຄາດໝາຍຢ່າງຈົບງາມ ການແຂ່ງຂັນຈະມີຂຶ້ນໃນລະຫວ່າງວັນທີ 1-6 ກັນຍານີ້ ທີ່ສູນການຄ້າໄອເຕັກມໍ ຊັ້ນ 7 ນະຄອນຫລວງວຽງຈັນ ເຂົ້າຊົມໂດຍບໍ່ເສຍຄ່າ.
Photo: Santi Ti Thongmalino