• Thu. Sep 21st, 2023

Lao Sport Update

ຮອບດ້ານວົງການກິລາ

ທີມຊາດລາວ ຊຸດໃຫຍ່ ອັນດັບທີ 183 ເສຍໃຫ້ກັບ ມານດິບ ອັນດັບທີ 156 ໃນ FIFA DAY

ທີມຊາດລາວ ຊຸດໃຫຍ່ ອັນດັບໂລກ ຫຼື ຟີຟາ ແຣງກີ້ງປັດຈຸບັນ 183 ລົງສະໜາມນັດທໍາອິດເສຍໃຫ້ກັບ ມານດິບ ອັນດັບໂລກ 156 ໃນການແຂ່ງຂັນບານເຕະ FIFA DAY ປະຈໍາວັນທີ 24 ກັນຍາ 2022 ທີ່ປະເທດບຣູໄນ

ນັດນີ້ ທີມຊາດມານດິວ ໄດ້ປະຕູຂຶ້ນນໍາໄປກ່ອນ 1-0 ກ່ອນທີ່ຈະໝົດເຄິ່ງເວລາທໍາອິດ ບຸນພະຈັນ ບຸນກອງ ມາຍິງປະຕູຕີສະເໝີໃຫ້ກັບ ທີມຊາດລາວ ໄລ່ມາເປັນ 1-1, ສ່ວນເຄິ່ງເວລາທີ 2 ທີມຊາດມານດິວ ໄດ້ 2 ປະຕູລວດ ຂຶ້ນນໍາເປັນ 3-1 ກ່ອນຈົບການແຂ່ງຂັນ ມານດິວ ຊະນະໄປ

ນັດນີ້ ທີມຊາດລາວ ຖືວ່າສູ້ໄດ້ດີ ແລະ ມີໂອກາດລຸ້ນປະຕູຫຼາຍຄັ້ງ, ສ່ວນການເສຍປະຕູແມ່ນເກີດຈາກຄວາມຜິດພາດ

ສໍາລັບ ນັດຕໍ່ໄປ ວັນທີ 27 ກັນຍາ 2022 ເວລາ 16:00 ທີມຊາດບຣູໄນ ພົບກັບ ທີມຊາດລາວ, ສ່ວນ ທີມຊາດມານດິວ ແຂ່ງຂັນຄົບ 2 ນັດ ໂດຍນັດທໍາອິດຊະນະ ເຈົ້າພາບ ບຣູໄນ 3-0 ໂດຍທຸກໆນັດ ແຂ່ງຂັນທີ່ສະໜາມ Track and Field Hassanal Bolkiah Sports Complex, ໃນເມືອງ Bandar Seri Begawan ປະເທດບຣູໄນ.

ຮູບຈາກ: ສຕລ

Leave a Reply

Your email address will not be published. Required fields are marked *