• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ແຟນເພງໝໍລຳອິນແຕ່ງ ຫຼັ່ງໄຫຼໄປຮ່ວມງານສົ່ງສະການໝໍລຳອິນແຕ່ງເປັນຄັ້ງສຸດທ້າຍ

ໝໍລຳ ອິນແຕ່ງ ໝໍລຳຊື່ດັງ ພາກໃຕ້ ຈາກເຫດໂດດຂົວຂ້າມນ້ຳຂອງຫວັງຈົບຊີວິດໃນວັນທີ 19 ກັນຍາ 2022, ພົບຮ່າງໃນວັນທີ 21 ກັນຍາ 2022 ຜູ້ຄົນແຟນເພງຕ່າງເສຍດາຍ ແລະ ຮ່ວມອາໄລ ເສຍໃຈນໍາຄອບຄົວ

.

ອິນແຕ່ງ ແກ້ວບົວລາ ຫຼື ອິນແຕ່ງ ດອກຟ້າເພັດໂພນທອງ ກຳເນີດແລະເຕີບໃຫຍ່ຢູ່ໃນຄອບຄົວໝໍລໍາ ເລີ່ມຮ້ອງເພງແຕ່ອາຍຸ 15 ປີ ມີຜົນງານເພງຫຼາກຫຼາຍ ເຊົ້າສອງແລງສາມ, ລໍາສີພັນດອນ, ອ້າຍກິນດອງບໍ່ມີຊອງໃຫ້ … ແລະ ອີກຫຼາກຫຼາຍຜົນງານທີ່ຍັງຄົງຢູ່ໃນໃຈຫຼາຍໆຄົນ

.


ມື້ນີ້ເປັນມື້ສົງສະການ ເຊິ່ງເປັນມື້ສົ່ງ ໝໍລຳ ອິນແຕ່ງ ນາງຟ້າໝໍລໍາຂຶ້ນເທິງສະຫວັນ
ຄອບຄົວ, ໝູ່ເພື່ອນ, ແຟນເພງ ຕ່າງມາຮ່ວມສົ່ງ ແລະ ອາໄລ
ທີ່ວັດຫມອງບົວ, ວັດອາຈານທອງ, ວັດນອກ ບ້ານຄັນແຍງ ເມືອງໂພນທອງ.

.


ຂໍໃຫ້ໄປດີເດີ້

Leave a Reply

Your email address will not be published. Required fields are marked *