ອຸຸຕຸແຈ້ງເຕືອນຈະມີພາຍຸດີເປຼຊັນພັດຜ່ານເຂົ້າ ຊຶ່ງຈະເຮັດໃຫ້ເກີດຝົນຕົກໜັກ ຫາ ໜັກຫຼາຍ ຢູ່ທທ້ອງຖິ່ນແຂວງພາກກາງ ແລະ ພາກເໜືອ ໄລຍະວັນທີ 25-28 ກັນຍານີ້, ໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາເຂດແຂວງດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມອັ່ງ ແລະ ນໍ້າຖ້ວມຊູ.
ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແລ້ອມ ອອກແຈ້ງເຕືອນພາຍຸດີເປຼຊັນ ສະບັບທີ 1 ເລກທີ 1103/ກອຕທ, ລົງວັນທີ 23 ກັນຍາ 2022 ວ່າ: ໃນຕອນເຊົ້າຂອງວັນທີ 23 ກັນຍາ 2022 ພາຍຸດີເປຼຊັນ ໄດ້ກໍ່ໂຕຢູ່ເຂດມະຫາສະມຸດປາຊີຟິກ ຊຶ່ງໃກ້ພາກເໜືອດ້ານຕາເວັນອອກຂອງປະເທດຟິລິບປິນ ແລະ ມີທ່າອ່ຽງເພີ່ມກຳລັງແຮງຂຶ້ນກາຍເປັນພາຍຸໝູນເຂດຮ້ອນໂນລູ (Noru) ຫົວທີ 16 ໃນໄລຍະວັນທີ 24 ກັນຍາ 2022 ນີ້, ຄາດວ່າພາຍຸຫົວນີ້ຈະເຄື່ອນທີ່ຜ່ານພາກເໜືອຂອງປະເທດຟິລິບປິນ ໃນວັນທີ 25 ກັນຍາ 2022.
ຈາກນັ້ນຈະເຄື່ອນທີ່ຂຶ້ນຝັ່ງປະເທດຫຽວດນາມ ໃນວັນທີ 26 ກັນຍາ 2022 ແລະ ສືບຕໍ່ຜ່ານພາກກາງ ຫາ ພາກເໜືອ ຂອງປະເທດລາວ ໃນວັນທີ 27 ຫາ 28 ກັນຍາ 2022 ນີ້. ຊື່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກໜັກ ຫາ ໜັກຫຼາຍ, ພ້ອມມີລົມພັດແຮງ ຢູ່ບາງທ້ອງຖີ່ນໃນເຂດພາກເໜືອ ແລະ ພາກກາງ ເຊັ່ນ: ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ, ສະຫວັນນະເຂດ.
ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖີງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາເຂດແຂວງດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກໜັກ, ພ້ອມມີລົມພັດແຮງ ທີ່ຈະເຮັດໃຫ້ມີດິນເຈື່ອນ, ນໍ້າຖ້ວມອັ່ງ ແລະ ນໍ້າຖ້ວມຊູ ພ້ອມທັງກະກຽມເກັບມ້ຽນວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄວ້ບ່ອນທີ່ປອດໄພ. ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.