• Thu. Sep 21st, 2023

Lao Sport Update

ຮອບດ້ານວົງການກິລາ

ຄໍາເວົ້າເດັດໆຂອງ ທ່ານ ໄມເຄິລ ໄວສ໌ ອີກ 4 ທີມຊາດລາວ ຊຸດໃຫຍ່ ຈະແຂງແກ່ນທີ່ສຸດ

ເນື່ອງໃນໂອກາດທີ່ທີມຊາດລາວ ຊຸດໃຫຍ່ ເດີນທາງໄປແຂ່ງຂັນລາຍການ FIFA DAY ທີ່ປະເທດບຣູໄນ ຫຼ້າສຸດ ທ່ານ ໄມເຄິລ ໄວສ໌ ຫົວໜ້າຄູຝຶກ ທີມຊາດລາວ ໄດ້ກະຕຸ້ນລູກທີມ ກ່ອນຈະລົງແຂ່ງຂັນນັດທໍາອິດແລງມື້ນີ້.
ທ່ານ ໄມເຄິລ ໄວສ໌ ຫົວໜ້າຄູຝຶກ ກ່າວວ່າ: ນັກເຕະທີມຊາດລາວ ຊຸດໃຫຍ່ ປັດຈຸບັນແມ່ນຍັງໜຸ່ມນ້ອຍ ອີກ 4 ອີກເມື່ອເຂົ້າສູ່ໄລຍະອາຍຸ 26 ປີ ທີມຊາດລາວ ຊຸດນີ້ຈະເປັນທີມທີ່ແຂງແກ່ນທີ່ສຸດ ເທົ່າທີ່ເຄີຍມີມາ

ສໍາລັບ ຕາຕະລາງແຂ່ງຂັນຂອງທີມຊາດລາວ ທີ່ຈະລົງແຂ່ງຂັນໃນລາຍການ FIFA DAY ມີດັ່ງນີ້:
– ວັນທີ 24 ກັນຍາ 2022 ເວລາ 16:00 ທີມຊາດລາວ ພົບ ມານດິບ
– ວັນທີ 27 ກັນຍາ 2022 ເວລາ 16:00 ທີມຊາດບຣູໄນ ພົບກັບ ທີມຊາດລາວ ໂດຍທຸກໆນັດແຂ່ງຂັນທີ່ສະໜາມ Track and Field Hassanal Bolkiah Sports Complex, ໃນເມືອງ Bandar Seri Begawan ປະເທດບຣູໄນ.

Leave a Reply

Your email address will not be published. Required fields are marked *