• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ປກສ ປະກາດເລື່ອນຊັ້ນ ໃຫ້ນາຍຕຳຫຼວດຂັ້ນສູງ  30 ສະຫາຍ ໃນນີ້ພັນເອກຂຶ້ນ ພົນຈັດຕະວາ 12 ສະຫາຍ ແລະ ຊັ້ນພັນໂທ ຂຶ້ນເປັນພັນເອກ 18 ສະຫາຍ

ຄວາມສະຫງົບ Lao Security News, ໃນວັນທີ 23 ກັນຍາ 2022, ກະຊວງປ້ອງກັນຄວາມສະຫງົບ ໄດ້ຈັດພິທີປະກາດເລື່ອນຊັ້ນ ພັນເອກ ຂຶ້ນ ພົນຈັດຕະວາ ແລະ ພັນໂທ ຂຶ້ນ ພັນເອກ ໃຫ້ນາຍຕຳຫຼວດຂັ້ນສູງໃນກຳລັງ ປກສ ຈຳນວນ 30 ສະຫາຍ; ໃນນີ້, ພັນເອກຂຶ້ນ ພົນຈັດຕະວາ 12 ສະຫາຍ ແລະ ຊັ້ນພັນໂທ ຂຶ້ນເປັນພັນເອກ 18 ສະຫາຍ.

ເປັນກຽດໃຫ້ການປະດັບຊັ້ນໂດຍ ພົອ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງ ປກສ, ມີພະນັກງານຂັ້ນນຳພາ-ບັນຊາອ້ອມຂ້າງກະຊວງເຂົ້າຮ່ວມ.


ທ່ານ ດວງຕາ ຈູມພາວັນ ຜູ້ຊ່ວຍຄະນະຈັດຕັ້ງສູນກາງພັກ ໄດ້ຂຶ້ນຜ່ານລັດຖະດຳລັດ ຂອງປະທານປະເທດແຫ່ງ ສປປ ລາວ ເລກທີ 172-183/ປປທ, ລົງວັນທີ 19 ກັນຍາ 2022 ວ່າດ້ວຍການເລື່ອນຊັ້ນນາຍຕຳຫຼວດ ຊັ້ນພັນເອກ ຂຶ້ນ ພົນຈັດຕະວາ ມີຄື: ພົຈວ ພູນສະຫວັນ ພັນທະເສນາ ຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ພົຈວ ສາຍສະໝອນ ພາລະມີໄຊ ຮອງຫົວໜ້າກົມໃຫຍ່ສັນຕິບານ, ພົຈວ ກອງສະຫວັດ ບຸນລ້ຽງ ຮອງຫົວໜ້າກົມໃຫຍ່ສັນຕິບານ.

ພົຈວ ປອ ບົວພັນ ຟອງມະນີ ຫົວໜ້າກອງບັນຊາການ ປກສ ນວ, ພົຈວ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕຳຫຼວດ, ພົຈວ ອຸດົມ ສີສົງຄາມ ຮອງຫົວໜ້າກົມໃຫຍ່ພະລາທິການ, ພົຈວ ພອນໄຊ ຍົດສົມບັດ ຮອງຫົວໜ້າຫ້ອງວ່າການກະຊວງ ປກສ, ພົຈວ ສີວອນ ໄຊຍະວົງ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ພົຈວ ອິນສົມ ທຳລະສິນ ຫົວໜ້າກອງບັນຊາການ ປກສແຂວງຫຼວງນ້ຳທາ, ພົຈວ ສົມໝາຍ ພົມມະຈັນ ຫົວໜ້າກອງບັນຊາການ ປກສ ແຂວງສະຫວັນນະເຂດ, ພົຈວ ສີເວີນ ແກ້ວສີວົງສາ ຫົວໜ້າກອງບັນຊາການ ປກສ ແຂວງອັດຕະປື, ພົຈວ ສີເສີດ ສອນດາລາ ຫົວໜ້າກອງບັນຊາການ ປກສ ແຂວງສາລະວັນ.


ພ້ອມທັງໄດ້ຜ່ານ ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 303-320/ນຍ, ລົງວັນທີ 2 ກັນຍາ 2022 ວ່າດ້ວຍການເລື່ອນຊັ້ນນາຍຕຳຫຼວດ ພັນໂທ ຂຶ້ນເປັນ ຊັ້ນພັນເອກ ໃນນີ້ມີ: ພັອ ຄອນສະຫວັນ ເຄນສຸວັນ ຮອງຫົວໜ້າກົມກໍ່ສ້າງກຳລັງ ກົມໃຫຍ່ການເມືອງ ປກສ, ພັອ ວັນໄຊ ຈັນທະສຸກ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງ ປກສ, ພັອ ບົວສີ ເພັດສີຄາມ ຮອງຫົວໜ້າກົມເຕັກນິກສະເພາະ ກົມໃຫຍ່ສັນຕິບານ, ພັອ ບຸນຊູ ສິມມະນີວົງ ຮອງຫົວໜ້າກົມສືບສວນ-ສອບສວນຄະດີການເມືອງ ກົມໃຫຍ່ສັນຕິບານ, ພັອ ເພັດດາວົງ ແກ້ວກັນຍາ ຮອງຫົວໜ້າກົມຕຳຫຼວດກວດຄົນເຂົ້າ-ອອກເມືອງ ກົມໃຫຍ່ສັນຕິບານ, ພັອ ໄຊຍະພອນ ພົມມະບຸດ ຮອງຫົວໜ້າກົມຕ້ານນັກສືບ ກົມໃຫຍ່ສັນຕິບານ, ພັອ ວຽງຄອນ ໄຊຍະສີ ຮອງຫົວໜ້າກົມຕຳຫຼວດນິຕິວິທະຍາ ກົມໃຫຍ່ຕຳຫຼວດ.

Leave a Reply

Your email address will not be published. Required fields are marked *