ກະຊວງ ອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ ເລກທີ 1274/ອຄ ລົງວັນທີ 22 ກັັນຍາ 2022 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັດ ລາວ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ເລື່ອງ ແຈ້ງປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ ເພື່ອເຮັດໃຫ້ການປັບລາຄານໍ້າມັນເຊື້ອໄຟ ພາຍໃນປະເທດ ຂຶ້ນ-ລົງ ຕາມການເໜັງຕີງຂອງຕະຫຼາດໂລກ ທັງນີ້ກໍເພື່ອ ຮັບປະກັນການສະໜອງນໍ້າມັນເຊື້ອໄຟ ໃຫ້ເປັນປົກກະຕິ.
ດັ່ງນັ້ນ, ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງອອກແຈ້ງການ ເຖິງ ສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັດ ລາວບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ ຊາບ ແລະ ປະຕິບັດ ໂດຍປັບລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ທຸກຊະນິດ ຄື:
ນໍ້າມັນແອັດຊັງພິເສດ ປັບລົງ 330 ກີບ/ລິດ, ນໍ້າມັນແອັດຊັງທຳ ມະດາ ປັບລົງ 240 ກີບ/ລິດ ແລະ ນໍ້າມັນກາຊວນ ປັບລົງ 470 ກີບ/ລິດ.ລາຄາໃໝ່ນີ້ ແມ່ນໃຫ້ເລີ່ມປະຕິບັດວັນທີ 23 ກັນຍາ 2022, ເວລາ 06:00 ໂມງ ໃນຂອບເຂດທົ່ວປະເທດ.
ສໍາລັບ, ການຄິດໄລ່ພັນທະ ແລະ ຄ່າທຳນຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກຳນົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0890/ກຄພນລົງວັນທີ 20 ກັນຍາ 2022 ຈົນກວ່າຈະມີການປ່ຽນແປງ ພ້ອມນີ້, ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟ ປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ້າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ ແລະ ແຈ້ງການສະບັບນີ້ ປ່ຽນແທນແຈ້ງການ ສະບັບເລກທີ 1228/ອຄ, ລົງວັນທີ 14 ກັນຍາ 2022.