ມີຫຼາຍເທື່ອແອັດກໍ່ເຄີຍຂຽນຂ່າວໃຫ້ທຸກຄົນມີສະຕິໃນການໄປເຮັດວຍກຢູ່ຕ່າງປະເທດ ເພາະປະຈຸບັນຫາມີຄວາມສ່ຽງຫຼາຍ ຄົນທີ່ໃຊ້ເລ່ຫຼ່ຽມຫາກິນກໍ່ຫຼາຍ ການຈະຈາກບ້ານເກີດເມືອງນອນໄປຢູ່ອີກປະເທດໜຶ່ງບໍແມ່ນຢາກໄປກໍເກັບກະເປົາເດີນທາງໄດ້ ສຳຄັນຄືຕ້ອງການກະກຽມເຮັດເອກະສານທີ່ຖືກຕ້ອງ ຍິ່ງຖ້າໄປເຮັດວຽກອອກແຮງງານເພື່ອແລກກັບເງິນ ຍິ່ງຕ້ອງໄປໃຫ້ຖືກກົດໝາຍ ອັນໜຶ່ງແມ່ນບໍ່ໃຫ້ຖືກຂະບວນການຄ້າມະນຸດ, ສອງມາບໍ່ໃຫ້ຖືກເອົາລັດເອົາປຽບຈາກນາຍຈ້າງເນື່ອງຈາກບໍມີລັດ ຫຼື ບໍລິສັດຈັດຫາງານຢູ່ເບື້ອງຫຼັງຄອຍເບິ່ງແຍງ ສ່ວນກໍລະນີນີ້ບໍແມ່ນຖືກເອົາປຽບບໍ່ຖືກຄ້າມະນຸດ ແຕ່ເປັນການຖືກຕົ້ມຍ້ອນຄິດງ່າຍເກີນໄປ.
ທັ້ງນີ້ກໍ່ເນື່ອງຈາກກະແສການໄປເຮັດວຽກຢູ່ເກົາກຳລັງມາແຮງ ແລະເຮັດໃຫ້ຫຼາຍຄົນຢາກໄປ ແຕ່ໃນເງື່ອນໄຂຕົວຈິງພັດຮັບໄດ້ຈຳນວນຈຳກັດ ແລະນາຍຈ້າງເອງເປັນຄົນເລືອກໄປ ສະນັ້ນຫຼາຍຄົທີ່ສະໝັກແລ້ວບໍຖືກເລືອກຈັກເທື່ອ ກໍລະນີໄປໄລຍະັສ້ ສ່ວນຜູ້ໄປໄລຍະຍາວກໍ່ເສັງຜ່ານແລ້ວບໍໄດ້ຮັບເລືອກກໍມີຫຼາຍຕ້ອງໃຊ້ເວລາດົນ ບາງຄົນອົດທົນລໍຖ້າບໍໄດ້ຈິ່ງຫຼົງກົນຄົນໂກງວ່າສາມາດແລ່ນເອກະສານໃຫ້ໄປເຮັດວຽກຢູ່ເກົາຫຼີໄດ້.
ຕາມລາຍງານຂອງໜັງສືພິມລາວພັດທະນາ ວັນທີ 21 ກັນຍາ 2022 ນີ້ ຜູ້ເສຍຫາຍຄົນໜຶ່ງໃນກຸ່ມ 9 ຄົນທີ່ຖືກຕົວຍົວະຫລອກລວງເປີດໃຈເລົ່າຕໍ່ໜັງສືພິມລາວພັດທະນາ ວ່າ: “ໃນວັນທີ 22 ສິງຫາ 2022 ຕົນເອງໄດ້ຫາຄົນຮູ້ຈັກພາໄປແລ່ນເອກະສານເພື່ອໄປເຮັດວຽກຢູ່ປະເທດເກົາຫລີ (ໂດຍບໍ່ຮູ້ມາກ່ອນວ່າຈະຖືກຕົວະ) ຄົນຮູ້ຈັກໄດ້ແນະນຳວ່າ ຖ້າຢາກໄປເຮັດວຽກຢູ່ເກົາຫລີຕ້ອງໄດ້ກຽມເອກະສານຄື: ໃບຢັ້ງຢືນທີ່ຢູ່, ປື້ມສຳມະໂນຄົວ ແລະ ພັດສະປອດ ພ້ອມເງິນໂດລາ 2.000 ໂດລາ ແລະ ເງິນກີບຈຳນວນ 8.000.000 ກີບ, ຮອດວັນທີ 26 ສິງຫາ 2022 ຕົນໄດ້ຈ່າຍເງິນໃຫ້ຜູ້ທີ່ອ້າງຕົນວ່າ ເປັນນາຍໜ້າບໍລິສັດ ຈັດຫາງານ ແຫ່ງໜຶ່ງຢູ່ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫລວງວຽງຈັນ ຕາມຈຳນວນເງິນດັ່ງກ່າວ ແລະ ນັດໝາຍວັນທີ 30 ສິງຫາ 2022 ໃຫ້ໄປຂຶ້ນຍົນຢູ່ສະໜາມບິນວັດໄຕໄປລົງປະເທດຫວຽດນາມ ເພື່ອຕໍ່ຍົນໄປ ເກົາຫລີ.
ພໍຮອດມື້ຂຶ້ນຕົວຈິງອ້າງວ່າ ປີ້ຍົນຂຶ້ນລາຄາ ຕ້ອງໄດ້ຈ່າຍເງິນເພີ່ມ 175 ໂດລາ/ຄົນ. ຫລັງຈາກຍົນລົງໄປຈອດປະເທດຫວຽດນາມ (ແຂວງດານັງ) ແລ້ວກໍບໍ່ສາມາດຕິດຕໍ່ຜູ້ກ່ຽວໄດ້ອີກເລີຍ. ພໍດີຕົນເອງມີພີ່ນ້ອງຢູ່ຫວຽດນາມຈຶ່ງໄດ້ໂທຫາໃຫ້ມາຫາ ແລະ ຈ້າງແທັກຊີໃຫ້ພາໄປຊອກທີ່ພັກລາຄາຖືກຢູ່ເປັນເວລາ 1 ອາທິດ, ມື້ທຳອິດທີ່ໄປຮອດແມ່ນໄດ້ຈ່າຍຄ່າໃຊ້ຈ່າຍເອງທັງໝົດ, ຕົກມາມື້ທີ່ສອງແມ່ນນ້ອງສາວນາຍໜ້າຕິດຕໍ່ມາ ແລະ ໂອນເງິນໃຫ້ໃຊ້ຈ່າຍຊ່ວງພັກຢູ່ຫວຽດນາມ ລວມເປັນເງິນ 8.500.000 ດົງ, ພໍມາຮອດວັນທີ 7 ກັນຍາ 2022 ຮູ້ສຶກວ່າຖືກຕົວະ ແລະ ຄິດວ່າຕ້ອງບໍ່ໄດ້ໄປເກົາຫລີຢ່າງແນ່ນອນ ຈຶ່ງໃຫ້ພີ່ນ້ອງຕິດຕໍ່ຫາລົດເມດານັງ-ນະຄອນຫລວງວຽງຈັນ ມາຮັບ ກັບຮອດປະເທດລາວ ວັນທີ 8 ກັນຍາ” ແລະ ປັດຈຸບັນນີ້ຜູ້ກ່ຽວໄດ້ເຂົ້າແຈ້ງຄວາມຕໍ່ເຈົ້າໜ້າທີ່ ປກສ ແລ້ວ.
ຄ່າໃຊ້ຈ່າຍຖືກຕົວະ ແລ່ນເອກະສານໄປເຮັດວຽກຢູ່ ປະເທດເກົາຫລີ ຕໍ່ຄົນໃນຄັ້ງນີ້ມີ: ເງິນໂດລາ 2.000 ໂດລາ, ເງິນກີບ 8.000.000 ກີບ, ຈ່າຍເງິນເພີ່ມມື້ຂຶ້ນຍົນ 175 ໂດລາ, ໃບກວດສຸຂະພາບໂຮງໝໍແຫ່ງໜຶ່ງໜາຍໜ້າພາໄປກວດ 650.000 ກີບ (ຈັດສັນກວດນອກໂມງ), ສູນສອນພາສາເກົາຫລີແຫ່ງໜຶ່ງຢູ່ເຂດດົງໂດກ ເຂົ້າຮຽນຈຳນວນ 4 ວັນ, ໄດ້ໃບປະກາດ 600.000 ກີບ.
ດັ່ງນັ້ນ ເພື່ອເຕືອນປະຊາຊົນລາວ ບໍ່ໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸດ ແລະ ຖືກເອົາປຽບຈາກນາຍໜ້າຮັບຈ້າງແລ່ນໄປເຮັດວຽກຢູ່ຕ່າງປະເທດ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈຶ່ງຮຽກ ຮ້ອງເຖິງແຮງງານ ແລະ ສັງຄົມ ຢ່າຫຼົງເຊື່ອ ການຊັກຊວນໄປເຮັດວຽກຢູ່ ສ.ເກົາຫຼີ ແບບຜິດກົດໝາຍ, ເນື່ອງຈາກ ໄລຍະຜ່ານມາ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ກວດພົບບາງ ບໍລິສັດ ແລະ ນິຕິບຸກຄົນທີ່ເຄື່ອນໄຫວ ຊັກຊວນແຮງງານລາວໄປເຮັດວຽກຢູ່ ສ. ເກົາຫລີ ໂດຍບໍ່ໄດ້ຮັບອະນຸຍາດຈາກກະຊວງ ຮສສ, ເຊິ່ງໄດ້ມີການໂຄສະນາຜ່ານສື່ສັງຄົມອອນລາຍ ແລະ ກໍເຫັນວ່າ ມີຫຼາຍໆບໍລິສັດ, ບາງບຸກຄົນ ທີ່ມີການເຄື່ອນໄຫວລັກສະນະດຽວກັນ ແບບບໍ່ຖືກຕ້ອງ.
ຢາກໄປແບບນີ້ຕ້ອງໄປຖືກຕາມກົດໝາຍເດີ້
ສຳລັບບຸກຄົນ ຫຼື ນິຕິບຸກ ຄົນ ຫາກເຄື່ອນໄຫວຈັດສົ່ງແຮງງານໄປເຮັດວຽກຢູ່ຕ່າງປະເທດ ໂດຍບໍ່ຜ່ານການອານຸຍາດຈາກລັດຖະບານ, ກໍຄື ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແມ່ນຜິດຕໍ່ດຳລັດ ເລກທີ 245/ລບ ລົງວັນທີ 22 ພຶດສະພາ 2020 ວ່າດ້ວຍການຈັດສົ່ງແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ມາດຕາທີ 12 ແລະ ການກະທຳດັ່ງກ່າວ ຍັງຜິດຕໍ່ກັບຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງວິສາຫະກິດ ບໍລິ ການຈັດຫາງານສະບັບເລກທີ 1050/ຮສສ, ລົງວັນທີ 25 ມີນາ 2022 ມາດຕາທີ 51 ຈະຖືກກ່າວເຕືອນປັບໃໝ ແລະ ຖອນທະບຽນວິສະຫະກິດ ຫຼື ຮ້າຍແຮງແມ່ນຈະໄດ້ດຳເນີນຕາມລະບຽບກົດໝາຍ.
ດັ່ງນັ້ນ ເພື່ອເປັນການປ້ອງກັນ ແລະ ບໍ່ໃຫ້ຕົກເປັນເຫຍື່ອຂອງການຄ້າມະນຸດ, ກະຊວງ ຈຶ່ງໄດ້ອອກເຕືອນສັງຄົມຕື່ມ ແລະ ສຳລັບຜູ້ໃດມີຄວາມສົນໃຈຢາກໄປເຮັດວຽກ ຢູ່ ສ.ເກົາຫລີ ຫຼື ຢູ່ພາຍໃນປະເທດ. ສາມາດເຂົ້າມາພົວພັນກັບ ກົມການຈັດຫາງານ ກະຊວງ ຮສສ ຫຼື ບໍລິສັດຈັດຫາງານ ທີ່ໄດ້ຮັບການອະນຸຍາດໃຫ້ເຄືີ່ອນໄຫວບໍລິການຈັດຫາງານ ຈາກກະຊວງ ຮສສ ໃນໂມງລັດຖະການ.
(ຂ່າວສານຮສສ)