ເອົາໃຈຊ່ວຍ ທັບນັກກິລາບານເຕະ ທີມຊາດລາວ ຊຸດໃຫຍ່ ເດີນທາງຮອດປະເທດບຣູໄນ ເປັນທີ່ຮຽບຮ້ອຍໃນຕອນເຊົ້າຂອງວັນທີ 22 ກັນຍາ 2022 ນໍາໂດຍ ທ່ານ ປະສາດໄຊ ພິລາພັນເດຊ ຮອງປະທານສະຫະພັນບານເຕະແຫ່ງຊາດ ພ້ອມດ້ວຍຄະນະນໍາ, ຄະນະຄູຝຶກ ແລະ ນັກເຕະ ທີມຊາດລາວ ຊຸດໃຫຍ່ ແລະ ມີຕາງໜ້າຈາກສະຫະພັນບານເຕະບຣູໄນ ມາຕ້ອນຮັບຢ່າງອົບອຸ່ນ.
ການເດີນທາງໄປປະເທດບຣູໄນ ຄັ້ງນີ້ເພື່ອເຂົ້າຮ່ວມແຂ່ງຂັນບານເຕະລາຍການ FIFA DAY ເກັບຄະແນນອັນດັບໂລກ ( ຟີຟາ ແຣງກີ້ງ ) ພ້ອມເປັນການທົດສອບກ່ອນລຸຍບານເຕະ AFF Mitsubishi Electric Cup 2022 ທ້າຍປີນີ້ອີກດ້ວຍ.
ສໍາລັບ ຕາຕະລາງແຂ່ງຂັນຂອງທີມຊາດລາວ ມີດັ່ງນີ້:
– ວັນທີ 24 ກັນຍາ 2022 ເວລາ 16:00 ທີມຊາດລາວ ພົບ ມານດິບ ສະຖິຕິພົບກັນທີ່ຜ່ານມາ ມານດິບ ຊະນະ 2 ແລະ ສະເໝີ 1
– ວັນທີ 27 ກັນຍາ 2022 ເວລາ 16:00 ທີມຊາດບຣູໄນ ພົບກັບ ທີມຊາດລາວ ສະຖິຕິ 5 ນັດຫຼັງສຸດ ລາວ ຊະນະ ບຣູໄນ 5 ນັດຊ້ອນ
ໂດຍທຸກໆນັດແຂ່ງຂັນທີ່ສະໜາມ Track and Field Hassanal Bolkiah Sports Complex, ໃນເມືອງ Bandar Seri Begawan ປະເທດບຣູໄນ.
ສໍາລັບ 23 ນັກເຕະທີມຊາດລາວ ຊຸດໃຫຍ່ ເບິ່ງຕາມຮູບລຸ່ມນີ້