• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ໝໍລຳອິນແຕ່ງ ຈາກໄປແລ້ວໃຜຍັງບໍ່ຮູ້ປະຫວັດເບື້ອງຫຼັງສາວດອກຟ້າເພັດໂພນທອງ

ຊາວລາວທົ່ວປະເທດຕ່າງກໍໃຈສະຫຼາຍເມື່ອໄດ້ຂ່າວພົບຮ່າງໝໍລຳສາວ ດອກຟ້າເພັດໂພນທອງ ຫຼື ອິນແຕ່ງ ແກ້ວບົວລາ ການຈາກໄປເທື່ອນີ້ຂອງໝໍລຳສາວເປັນການສູນເສຍບຸກຄົນສຳຄັນໃນວົງການນັກຮ້ອງໝໍລຳຂອງລາວ ແລະຄາວທີ່ຍັງມີຊີວິດຢູ່ ສາວອິນແຕ່ງໄດ້ສ້າງແຕ່ຄວາມສຸກໃຫ້ກັບຜູ້ຊົມຜູ້ຟັງ ເມື່ອຈາກໄປແລ້ວທາງຄະນະ ແລະຄອບຄົວຈິ່ງຢາກໃຫ້ບັນດາມິດຮັກແຟນຄັບທັງຫຼາຍຈົດຈຳແຕ່ພາບທີ່ສວຍງາມໄວ້.

ໂດຍເພຈຂອງດອກຟ້າເພັດໂພນທອງ ໄດ້ແຈ້ງວ່າ: ຕອນນີ້ແມ່ນໄດ້ ພົບແລ້ວຮ່າງຂອງໜໍລຳອິນແຕ່ງ ພົບຢູ່ທີ່ບ້ານເວີນ ເມືອງມຸນ ແຂວງຈຳປາສັກ ແຕ່ຂໍຮ້ອງນຳ ແຟນເພງ ແລະ FC ທຸກໆທ່ານ ຢາກໃຫ້ຈົດຈຳແຕ່ສິ່ງດີໆ ແລະ ຮູບທີ່ສວຍງາມຂອງ ສາວອິນແຕ່ງ ບໍ່ຢາກໃຫ້ ແຊຣ໌ ພາບ ຫຼື ວິດີໂອ ທີ່ບໍ່ສວຍງາມລົງສູ່ສາທາລະນະ ຫວັງຢ່າງຍິ່ງວ່າທຸກຄົນຈະໃຫ້ຄວາມຮ່່ວມມື ແລະ ເຮັດເພື່ອ ສາວອິນແຕ່ງ ເປັນເທື່ອສຸດທ້າຍ.
ທາງຄອບຄົວຂໍຂອບໃຈ ນຳທາງພີ່ນ້ອງ ແລະ ເເຟນເພງທຸກໆທ່ານ ທີ່ຫວັງດີ ແລະ ໃຫ້ຄວາມຊ່ວຍເຫຼືອ ຕະຫຼອດມາ ສຳລັບງານທາງສາສະໜາຈະແຈ້ງໃຫ້ຮູ້ພາຍຫຼັງ.

ສຳລັບເບື້ອງຫຼັງຂອງສາວໝໍລຳ ອິນແຕ່ງ ແກ້ວບົວລາ ຫຼື ດອກຟ້າເພັດໂພນທອງ ແມ່ນເພິ່ນກຳເນີດແລະເຕີບໃຫຍ່ຢູ່ໃນຄອບຄົວໝໍລຳ. ພໍ່ເປັນໝໍລຳນັ່ງ ສ່ວນແມ່ເປັນໝໍລຳເລື່ອງຕໍ່ກອນ ທີ່ໂດ່ງດັງຢູ່ພາກໃຕ້ແຕ່ເປັນສາວ ອິນແຕ່ງ ຈິ່ງຊຶມຊັບເອົາການຂັບລຳ ໂດຍສະເພາະ ລຳໂສມ ແລະ ລຳສີພັນດອນ ຕັ້ງແຕ່ຍັງນ້ອຍ.

ເມື່ອອາຍຸໄດ້ 15 ປີອິນແຕ່ງໄດ້ອອກລຳຮັບໃຊ້ສັງຄົມເປັນຄັ້ງທຳອິດ ເຖິງຈະຢ້ານແນ່ແຕ່ກໍ່ຮືດສູ້ ແລະໄດ້ສຽງຕອບຮັບທີ່ດີສົມຄວນຈາກຜູ້ໄດ້ຊົມ ແລະໄດ້ຟັງສຽງໝໍລຳນ້ອຍໃນເວລານັ້ນ ສຳລັບອິນແຕ່ງໃນໄລຍະເລີ່ມຕົ້ນລຳສ່ວນໃຫຍ່ຈະເປັນຫລັງເລີກຮຽນວັນສຸກ ແລະ ເສົາທິດ ພໍ່ກໍ່ຈະເອົາອິນແຕ່ງ ໄປນັ່ງລຳນຳ. ທຳອິດ ນາງຈະລຳດ້າມກອນສອງກອນ ແລ້ວໄປລີ້ຫລັງໝໍແຄນເພື່ອນອນງານເລີກຈຶ່ງກັບ ແຕ່ພໍໄດ້ໄປລຳຫລາຍບ້ານຫລາຍເມືອງ ມີຊາວບ້ານຍ້ອງຍໍໍຊົມເຊີຍ ອິນແຕ່ງກໍ່ເລີ່ມຕິດອົກຕິດໃຈ ຢາກລຳຫລາຍກອນຂື້ນ.


ຈຸດປ່ຽນສຳຄັນໜຶ່ງຂອງຊີວິດອິນແຕ່ງ ຄືຕ້ອງໄດ້ເລືອກລະຫວ່າງການຮຽນຕໍ່ ຫລື ຊິອອກມາເປັນຫມໍລຳເຕັມໂຕ ຕອນນາງຮຽນຢູ່ຊັ້ນມໍ 3 ໃນປີ 2004-2005. ຍ້ອນຜົນການຮຽນບໍ່ດີເທົ່າໃດໜັກ, ນາງຮູ້ສຶກວ່າ ເຖິງຊິຝືນຮຽນຕໍ່ ກໍ່ບໍ່ເກີດປະໂຫຍດຫຍັງ, ປະກອບກັບຕອນນັ້ນ ສະພາບເສດຖະກິດຄອບຄົວກໍ່ຫຍຸ້ງຍາກແດ່ ນາງບໍ່ຢາກເປັນພາລະຂອງພໍ່ແມ່, ດັ່ງນັ້ນ, ອິນແຕ່ງຈິ່ງເລືອກເສັ້ນທາງເປັນໝໍລຳເຕັມໂຕ ແລະ ທຸ້ມເທທຸກຢ່າງໃຫ້ກັບອາຊີບນີ້ຕັ້ງແຕ່ນັ້ນເປັນຕົ້ນມາ.


ອິນແຕ່ງເລົ່າວ່າ: “ອອກໂຮງຮຽນມາ ແລ້ວຍ້າຍຖິ່ນຖານມາຢູ່ບ້ານຄັນແຍງນີ້ (ເມືອງໂພນທອງ, ແຂວງຈຳປາສັກ) ແລ້ວນ້ອງບຸກທ່ອງກອນລໍາ ແບບວ່າຄັນກາງຄືນກະທ່ອງຕັ້ງແຕ່ ກິນເຂົ້າແລງແລ້ວຈົນຮອດ 8-9 ໂມງກາງຄືນຈຶ່ງໄດ້ນອນ. ແຕ່ເຊົ້າກະແມ່ນ 4 ໂມງ 5 ໂມງ ລຸກມາໜຶ້ງເຂົ້າກະທ່ອງກອນລໍານໍາ. ຕັ້ງໃຈທ່ອງອີຫລີ ຍ້ອນວ່າມັນຈໍາເປັນທີ່ເຮົານີ້ໄດ້ກອນລໍາຫລາຍໆ ເພື່ອຊິໄປລໍາເພາະວ່າຕັດສິນອອກໂຮງຮຽນມາແລ້ວ ເຮົາຊິໄປລໍາ ເປັນໝໍລໍາເຕັມໂຕ.”

ໃນໄລຍະປີ 2009-2014 ຖືເປັນໄລຍະທີ່ອິນແຕ່ງມີຊື່ສຽງແລະໄດ້ຮັບຄວາມນິຍົມທີ່ສຸດ ພ້ອມທັງຄະນະດອກຟ້າເພັດໂພນທາງ ໂດຍສະເພາະໃນບັນດາ 4 ແຂວງພາກໃຕ້. ອິນແຕ່ງເວົ້່າວ່າ: ຊ່ວງງານຫຸ້ມຫລາຍ, ເດືອນໜຶ່ງ ໄດ້ນອນເຮືອນພຽງແຕ່ 2-3 ມື້ເທົ່ານັ້ນ.

ຢ່າງໃດກໍ່ຕາມໃນໄລຍະໂຄວິດ-19, ອິນແຕ່ງພ້ອມດ້ວຍຄະນະ ກໍ່ປະສົບປັນຫາຄືກັບຫລາຍໆອາຊີບ ທີ່ບໍ່ມີງານຈ້າງ ແຕ່ຍັງຕ້ອງໄດ້ດິ້ນຮົນໃຫ້ຢູ່ລອດ. ນາງຫັນໄປເຮັດອາຊີບເສີມຫລາຍຢ່າງ ຕັ້ງແຕ່ຂາຍນໍ້າປັ່ນ, ເປີດຮ້ານຂາຍຕໍາແລະອາຫານຕາມສັ່ງ, ຂາຍເລກ, ເປັນແມ່ຄ້າອອນລາຍ… ເພື່ອຈຸນເຈືອຄອບຄົວ ໃນຂະນະທີ່ລໍຖ້າການຈ້າງງານໃຫ້ກັບມາເປັນປົກກະຕິ.

ແຕ່ແລ້ວກໍມີຂ່າວເສົ້າຕາມມາັ້ນຄືການຕັດສິນໃຈຈົບຊີວິດຂອງໝໍລຳສາວໃນຄັ້ງວັນທີ 19 ກັນຍາ 2022 ນີ້ດ້ວຍການໂດດລົງແມ່ນ້ຳຂອງເພື່ອໜີບັນຫາໃນຫົວໃຈທັ້ງໝົດ ທີມຂ່າວສະປອດອັບເດດ ພວກເຮົາຂໍສະແດງຄວາມເສຍໃຈນຳຄອບຄົວຂອງໝໍລຳອິນແຕ່ງ ແລະທີມງານດອກຟ້າເພັດໂພນທອງກັບການຈາກໄປຢ່າງບໍ່ມີວັນກັບຄືນມາອີກ ແຕ່ຜົນງານຂອງສາວໝໍລຳຍັງຄົງດັງກ້ອງຢູ່ໃນໃຈຂອງປະຊາຊົນລາວຕະຫຼອດໄປ.

Leave a Reply

Your email address will not be published. Required fields are marked *