• Mon. May 29th, 2023

Lao Sport Update

ຮອບດ້ານວົງການກິລາ

ລັດຖະບານ ປະດັບຫລຽນນາມ ມະຍົດວິລະຊົນແຮງງານຄົນທຳອິດຂອງປະເທດ ໃຫ້ທ່ານ ເກຍ ອູ໊ສິດທິເດດ

ByAdmin N

Sep 21, 2022

ຂປລ. ເມື່ອບໍ່ດົນມານີ້, ລັດຖະບານ ແຫ່ງ ສປປ ລາວ ໄດ້ປະດັບຫລຽນນາມ ມະຍົດວິລະຊົນແຮງງານ ໃຫ້ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງງານຜະລິດນໍ້າດື່ມ ແລະ ນ້ຳກ້ອນໂລມາຄຳ ທີ່ມີຜົນງານດີເດັ່ນ.

ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະ ປະກອບສ່ວນເຂົ້າໃນການຊ່ວຍເຫລືອສັງຄົມ ໃນຫລາຍໆດ້ານ ເປັນຕົ້ນ ຊ່ວຍເຫລືອ ລຶບລ້າງຄວາມທຸກຍາກຂອງປະຊາຊົນຢູ່ບ້ານຄໍາປ່າແໜ ເມືອງຊົນນະບູລີ, ບ້ານປ່າກ້ວຍເມືອງຈໍາພອນ ແລະ ສ້າງພື້ນຖານໂຄງລ່າງທີ່ຈຳເປັນໃຫ້ກັບປະຊາຊົນ, ຈັດຫາແຫລ່ງນໍ້າກິນ-ນໍ້າໃຊ້ ແລະ ສົ່ງ ເສີມການສ້າງເສດຖະກິດຄອບຄົວ ຂອງປະຊາຊົນຢູ່ ບ້ານຕະຢົງ ແລະ ບ້ານປະແນະ ເຂດຈຸດສຸມຕັງອາໄລ-ລະແບງ ເມືອງນອງ ແຂວງສະຫວັນນະເຂດ.

ເຊິ່ງໄດ້ປະກອບ ສ່ວນເຮັດໃຫ້ປະຊາຊົນ ມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ. ພ້ອມນັ້ນ, ໃນໄລຍະຜ່ານມາ ທ່ານ ເກຍ ອູ໊ສິດທິເດດ ກໍໄດ້ຮັບ ນາມມະຍົດເປັນນັກພັດທະນາດີເດັ່ນແຫ່ງຊາດ.

.


ທ່ານ ເກຍ ອູ໊ສິດທິເດດ ລາຍງານໃຫ້ຮູ້ໃນວັນທີ 20 ກັນຍາ 2022 ນີ້ວ່າ: , ໂດຍທ່ານໄດ້ສະແດງຄວາມຂອບໃຈ ແລະ ພາກພູມໃຈ ທີ່ອົງການຈັດຕັ້ງຂອງພັກ, ລັດ ແລະ ສັງຄົມ ກໍຄື ລັດຖະບານ ແຫ່ງ ສປປ ລາວ ທີ່ເຫັນໄດ້ຄວາມສຳຄັນ ມອບຫລຽນນາມມະຍົດວິລະຊົນແຫ່ງຊາດ ໃຫ້ໃນຄັ້ງນີ້, ເຊິ່ງເປັນຫລຽນອັນຊົງກຽດ ແລະ ມີຄຸນຄ່າອັນສູງສົ່ງໃຫ້ແກ່ຄອບຄົວ, ວົງກະກຸນ ອູ໊ສິດທິເດດ,ພ້ອມທັງຈະເຊີດຊູນາມມະນົດດັ່ງກ່າວນີ້ໄວ້ໃຫ້ເປັນຕຳນານ ແລະ ມໍລະດົກຂອງຕະກຸນ ຕະຫລອດໄປ, ພ້ອມທັງ ຈະສືບຕໍ່ ປະກອບສ່ວນຊ່ວຍເຫລືອສັງຄົມ ຕາມຄວາມເໜາະສົມ ແລະ ຄວາມອາດສາມາດຕົວຈິງ ໃນອະນາຄົດ.


ພ້ອມດຽວກັນນັ້ນ, ທ່ານ ເກຍ ອູ໊ສິດທິເດດ ຍັງໄດ້ສະແດງຄວາມດີໃຈ ແລະ ພາກພູມໃຈ ທີ່ໄດ້ເຮັດໃຫ້ປະຊາຊົນ ຜູ້ທີ່ດ້ອຍໂອກາດ, ຜູ້ທຸກຢາກ ໄດ້ມີຢູ່ມີກິນ, ພໍຢູ່ພໍໃຊ້, ມີຊີວິດການເປັນຢູ່ທີ່ດີຂຶ້ນກວ່າເກົ່າ, ໂດຍສະເພາະ ໄດ້ຫັນປ່ຽນການດຳລົງຊີວິດຂອງປະຊາຊົນ ກໍຄື ຄອບຄົວທີ່ເລື່ອນລອຍ“ຂໍທານ”ມາເຮັດອາຊີບຫາກິນ, ຫັນປ່ຽນມາເປັນການອອກແຮງງານເຮັດກິນຢູ່ກັບທີ່ ໂດຍສ້າງພື້ນຖານການຜະລິດໃຫ້ແກ່ເຂົາເຈົ້າ, ນຳພາປະຊາຊົນເປົ້າໝາຍອອກແຮງງານໃຫ້ເຮັດກິນຢູ່ກັບທີ່, ຮູ້ທຳການຜະລິດທີ່ຖືກວິທີ, ຖືກຫລັກວິຊາການ ເພື່ອໃຫ້ກຸ້ມຢູ່ກຸ້ມກິນ ແລະ ຍືນຍົງໃນຕໍ່ໜ້າ, ມາຮອດປັດຈຸບັນນີ້, ຊີວິດການເປັນຢູ່ ຂອງປະຊາຊົນ ທີ່ໄດ້ຮັບການຊ່ວຍເຫລືອດັ່ງກ່າວ, ໄດ້ຢຸດຕິການໄປຂໍທານຮ້ອຍສ່ວນຮ້ອຍ ແລະ ມີຊີວິດການເປັນຢູ່ ທີ່ດີຂຶ້ນເທື່ອລະກ້າວ

Leave a Reply

Your email address will not be published. Required fields are marked *