• Sat. Dec 9th, 2023

Lao Sport Update

ຮອບດ້ານວົງການກິລາ

ຄະນະຜູ້ແທນພາຍໃນ ແລະຕ່າງປະເທດ ຢ້ຽມຊົມການທໍາລາຍລະເບີດ ບໍ່ທັນແຕກ ຢູ່ບ້ານເຕົາປູນ

ວັນທີ 20 ກັນຍາ 2022 ນີ້ ທີ່ບ້ານເຕົາປູນ ເມືອງສາລະວັນ ແຂວງສາລະວັນ, ຄະນະ ກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວ ຫລື ຄຊກລ ນໍາໂດຍທ່ານ ປະເດີມພອນ ສົນທະນີ ຮອງລັດຖະມົນຕີ ກະຊວງແຮງ ແລະ ສະຫວັດດີການສັງຄົມ ທັງເປັນຮອງປະທານຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດ ບໍ່ທັນແຕກທີ່ຕົກຄ້າງຢູ່ລາວ, ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ປະທານຄະນະກໍາ ມະການຄຸ້ມຄອງເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກແຂວງສາລະວັນ ແລະ ທ່ານນາງ ແຄັດເທີຣິນ ເຟືອງ ຮອງຜູ້ຕາງໜ້າອົງການສະຫະປະຊາຊາດ ເພື່ອການພັດທະນາປະຈໍາລາວ, ພ້ອມດ້ວຍບັນດາ ທຸຕານຸທູດ ແລະ ຕາງໜ້າຜູ້ໃຫ້ທຶນ, ສື່ມວນຊົນ ແລະ ພະນັກງານກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ.


ພາຍຫລັງຄະນະຜູ້ແທນເດີນທາງຮອດພາກສະໜາມແລ້ວ ຕາງໜ້າຄະນະປະຕິບັດງານ ຂອງໂຄງການເກັບກູ້ລະເບີດແຫ່ງຊາດດ້ານພາກສະໜາມໄດ້ຂຶ້ນກ່າວໃຫ້ການຕ້ອນຮັບ ພ້ອມທັງໄດ້ ລາຍງານກ່ຽວກັບການກະກຽມບັນດາໜ້າວຽກຂອງການປະຕິບັດງານບັນດາກິດຈະກໍາ ເພື່ອໃຫ້ ຄະນະຜູ້ແທນໄດ້ຮັບຊາບ ແລະ ຮັບຊົມ, ຫລັງຈາກນັ້ນ ຄະນະຜູ້ແທນກໍ່ໄດ້ສືບ ເຂົ້າໄປໃນພາກສະ ໜາມຕົວຈິງ ເພື່ອຢ້ຽມຊົມການປະຕິບັດວຽກໃນພາກສະໜາມ ແລະ ບັນດາລະເບີດທີ່ຄະນະປະຕິບັດ ງານໄດ້ຄົ້ນພົບ ພ້ອມທັງຮັບຊົມການສາທິດ, ການສໍາຫລວດດ້ານວຽກງານວິຊາການ ແລະ ສາທິດການ ກວດກູ້ຕົວຈິງ.


ຈາກນັ້ນ ທ່ານ ເສົາມະນີ ມະນີວົງ ຮັກສາການຜູ້ອໍານວຍການໂຄງການເກັບກູ້ລະເບີດແຫ່ງຊາດ ຂຶ້ນນໍາສະເໜີສະພາບລວມຂອງການຈັດຕັ້ງປະຕິບັດງານຂອງຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ລາວໄລຍະຜ່ານມາ ເຊິ່ງໄດ້ເຄື່ອນໄຫວຈັດຕັ້ງປະຕິບັດ ວຽກງານ ການເກັບກູ້ລະເບີດທີ່ຍັງບໍ່ທັນແຕກຢູ່ 9 ແຂວງຄື: ແຂວງຫລວງພະບາງ, ຫົວພັນ, ຊຽງຂວາງ, ຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື ເຊິ່ງແຕ່ລະແຂວງ ຈະມີ ອົງການປະຕິບັດງານປະຈໍາຢູ່ ເປັນຕົ້ນ: ແຂວງຊຽງຂວາງ ແລະ ຄໍາມ່ວນຈະມີອົງການແມັກສາກົນ,ແຂວງ ສະຫວັນນະເຂດແມ່ນ ມີອົງການໄອໂລ ແລະ ແຂວງ ສາລະວັນ ເຊກອງ, ອັດຕະປື ແລະ ແຂວງຈໍາປາສັກ ແມ່ນອົງການ ເອັນພີເອ ເພື່ອເຮັດຫນ້າທີ່ວຽກງານກວດກູ້ ແລະ ໂຄສະນາເຜີຍແຜ່ຜົນຮ້າຍຂອງລະເບີດທີ່ຍັງບໍ່ທັນແຕກທີ່ ຕົກຄ້າງສະໄໝສົງຄາມໃນແຕ່ລະແຂວງ ແລະ ອີງໃສ່ການເຄື່ອນໄຫວຂອງຄະນະກໍາມະການຄຸ້ມຄອງແຫ່ງຊາດເພື່ອແກ້ໄຂບັນຫາລະເບີດ ບໍ່ທັນແຕກທີ່ຕົກຄ້າງຢູ່ລາວໃນໄລຍະຜ່ານມາໄດ້ເຮັດໜ້າທີ່ ຫລາຍວຽກງານໂດຍສະເພາະວຽກງານຕົ້ນຕໍ ແມ່ນການໂຄສະນາຮັກສາຄວາມສ່ຽງເພື່ອໃຫ້ປະຊາຊົນກໍ່ຄືເດັກນ້ອຍ ມີຄວາມລະວັງຕໍ່ ໄພອັນຕະຫລາຍຂອງລະເບີດບໍ່ທັນແຕກ, ຜ່ານການ ເຄື່ອນໄຫວຈັດຕັ້ງປະຕິບັດ ໂດຍເນັ້ນໃສ່ການສໍາຫລວດດ້ານຂະແໜງການປະຕິບັດງານໃນປີ 2021 ຫາ 2022 ເຊຶ່ງສາມາດກໍານົດພື້ນທີ່ອັນຕະລາຍ ຫລື ບ້ານອັນຕະລາຍໄດ້ທັງໝົດ 154.000 ກວ່າເຮັກຕາ, ໃນນີ້ ຂະແໜງການປະຕິບັດງານໄດ້ກວດໄປແລ້ວປະມານ 20.000 ກວ່າເຮັກຕາ, ເທົ່າກັບ 13 ສ່ວນຮ້ອຍ ແລະ ພື້ນທີ່ທີ່ຈະຕ້ອງໄດ້ເກັບກູ້ປະມານ 133.000 ກວ່າເຮັກຕາ ແລະ ຈະໃຊ້ເວລາອີກປະມານ 24 ປີໃນຕໍ່ໜ້າ.


ໂອກາດດຽວກັນນີ້ , ໄດ້ມີພິທີທຳລາຍລະເບີດລູກຫວ່ານທີ່ຍັງບໍ່ທັນແຕກຈໍານວນໜຶ່ງ ແລະ ທ່ຽວຊົມເບິ່ງ ລະບີດຊະນິດຕ່າງໆທີ່ຄະນະປະຕິບັດງານເກັບກູ້ນໍາມາວາງສະແດງ, ລວມທັງ ອຸປະກອນ ການໃຊ້ສໍາຫລວດ ກວດກູ້ຈໍານວນໜຶ່ງ.

ໂດຍ: ບຸນຍັງ ພຸດສະຫວັດ

Leave a Reply

Your email address will not be published. Required fields are marked *