• Sun. Dec 3rd, 2023

Lao Sport Update

ຮອບດ້ານວົງການກິລາ

ລົດຮຸນໄດ ຊື້ມາບໍທັນໄດ້ໃຊ້ຫຍັງຊວຍຍ້ອນໄພທຳມະຊາດຊ້ຳ

ຖະແຫຼງຂ່າວເມືອງຫຼາ ລາຍງານວ່າ: ເມືອງຫຼາ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມອີກຄັ້ງເມື່ອມີຝົນຕົກໜັກຕໍ່ເນື່ອງ ປະມານເວລາ 7 ໂມງເຊົ້າຂອງ ວັນທີ 20 ກັນຍານີ້ ໄດ້ເຮັດໃຫ້ເສັ້ນທາງຄົມມະນາຄົມຂາດ, ເຊາະເຈື່ອນ ແລະ ດິນຖົມຢູ່ຫຼາຍຈຸດ ໂດຍສະເພາະແມ່ນເຂດທີ່ກຳລັງຟື້ນຟູຄືນຈາກເຫດການນ້ຳຖ້ວມທີ່ຜ່ານມາ ໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ແກ່ຊັບສິນ.

ຈາກເຫດການໃນຄັ້ງນີ້ໄດ້ເຮັດໃຫ້ລົດ 6 ລໍ ຮຸ່ນໄດ ທະບຽນປ້າຍ 1734 ກຳແພງນະຄອນ ຖືກນ້ຳພັດໄຫຼໄປຕາມລ້ອງນ້ຳຫຼາ ປະມານ 80 ແມັດ, ເຮັດໃຫ້ລົດດັ່ງກ່າວເປເພໜັກໜວງ.

.


ທ່ານ ນາງ ສີ ຢູ່ບ້ານຊຽງຢືນ ເມືອງສິງ ແຂວງຫຼວງນ້ຳທາ ໄດ້ໃຫ້ຮູ້ວ່າ: ຕອນເຊົ້າປະມານເວລາ 6 ໂມງ30 ນາທີ ໄດ້ພາຄອບຄົວມາຢ້ຽມຢາມ ແລະ ກາບໄຫວ້ສັກກະລະບູຊາພະເຈົ້າສິງຄຳໄຊຍາຣາມ ຂະນະດຽວກັນເກີດມີຝົນຕົກໜັກ ຈາກນັ້ນໄດ້ພ້ອມຄອບຄົວກັບມາຮອດຈຸດເກີດເຫດດັ່ງກ່າວ ນ້ຳໄຫຼມາຢ່າງໄວວາ ໃສ່ຈຸດລົດມາຮອດ ຈຶ່ງເຮັດໃຫ້ດິນເຈື່ອນລົງ ເຮັດໃຫ້ລົດບໍ່ສາມາດຖອຍກັບໄດ້ ຄອບຄົວຈຶ່ງພາກັນອອກຈາກລົດເພື່ອຊອກວິທີທາງແກ້ໄຂໂດຍດ່ວນຈຶ່ງບໍ່ມີຜູ້ຖືກບາດເຈັບ ຫຼັງຈາກນັ້ນນ້ຳແຮງຂຶ້ນຈຶ່ງເກີດດິນເຈື່ອນໃສ່ຈຸດລົດຈອດພໍດີ .

.


ທ່ານ ນາງວອນ ເຈົ້າຂອງລົດ ຍັງໃຫ້ຮູ້ຕືມອີກວ່າ: ລົດດັ່ງກ່າວເປັນລົດທີ່ຄອບຄົວຂອງນາງ ສີ ໄດ້ຢືມຈາກຄອບຄົວຂອງຕົນເອງ ຂອງທ່ານ ສົມເພັດ (ພີ່ນ້ອງ) ຢູ່ບ້ານດອນໄຊ ເມືອງໄຊ ແຂວງອຸດົມໄຊ ເພື່ອພາຄອບຄົວໄປຢ້ຽມຢາມ ແລະ ກາບໄຫວ້ພະເຈົ້າສິງຄຳ. ລົດດັ່ງກ່າວແມ່ນໄດ້ຊື້ຕໍ່ມືສອງ ແລະ ໄດ້ຮັບໃຊ້ຄອບຄົວ ພຽງປະມານ 1 ເດືອນກວ່າ ລວມມູນຄ່າຊື້ລົດແມ່ນ 62 ລ້ານກີບ.

.

.


ຂໍ້ມູນ: ວົງເດືອນ ຄຳສະຫວັນ

Leave a Reply

Your email address will not be published. Required fields are marked *