ເຕະບານ ລາລີກ້າ ລະດູການໃໝ່ 2022-23 ນັດທີ 3 ຄືນວັນທີ 28 ສິງຫາຜ່ານມາ, ບາຣເຊໂລນ້າ ເປີດບ້ານ ໄລ່ຕ້ອນເອົາຊະນະ ຣຽວ ບາຢາໂດລິດ 4-0 ໂຣເບີດ ເລວານດັອຟສະກີ້ ສູນໜ້າໃໝ່ຂອງເຈົ້າບ້ານ ເໝົາຜູ້ລະ 2 ປະຕູ ນາທີ 24′ ແລະ 64′, ເປດຣີ້ ນາທີ 43′ ແລະ ຕົວສຳຮອງ ເຊີຈີ້ ໂຣແບໂຕ້ ນາທີ 90+2′.
ບາຣຊ້າ ຊະນະ ບາຢາໂດລິດ 7 ນັດລວດ, ມີ 7 ຄະແນນຈາກ 3 ນັດໃນລີກປີນີ້ ຕາມຫລັງ ມາດຣິດ ທີມນຳ 2 ຄະແນນ. ຜ່ານ 3 ນັດ ເລວານດັອຟສະກີ້ ຂຶ້ນນຳດາວຍິງສູງສຸດ 4 ປະຕູ ເທົ່າກັບ ບໍຢ້າ ອິກເລຊີອັສ ສູນໜ້າຈາກ ຣຽວ ເບຕິສ. ສຳລັບນັດຕໍ່ໄປ ບາຣຊ້າ ຈະໄປຢາມ ເຊບີຢ້າ ໃນຄືນວັນທີ 3 ກັນຍານີ້ ເວລາ 2:00.
ສ່ວນຄືນມື້ນີ້ ແອັດມາດຣິດ ຈະລົງແຂ່ງຂັນ ໄປຢາມ ບາເລັນເຊຍ ເວລາ 3:00 ອີກໜຶ່ງຄູ່ ບິວເບົາ ໄປຢາມ ຄາດິຊ ເວລາ 1:00.
Photo: FC Barcelona & LaLiga