• Sat. Sep 30th, 2023

Lao Sport Update

ຮອບດ້ານວົງການກິລາ

ຊົມເຊີຍເຈົ້າໜ້າທີ່ພາສີ ປະຈຳຈຸດປະສານງານນາຊາຍເມືອງອຸທຸມພອນ ຢຶດລົດກະບະ 3 ຄັນນໍາເຂົ້າບໍ່ຖືກຕ້ອງ

ຂ່າວກະຊວງການເງິນລາຍງານວ່າ: ໃນວັນທີ 15 ກັນຍາ 2022 ຜ່າມານີ້, ເຈົ້າໜ້າທີ່ພາສີ ປະຈໍາຈຸດປະສານງານນາຊາຍ ຕັ້ງຢູ່ເມືອງອຸທຸມພອນ ແຂວງສະຫວັນນະເຂດ ຂຶ້ນກັບພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ກົມ ພາສີ ກະຊວງການເງິນ.

ໄດ້ສົມທົບກັບຂະແໜງກວດກາ ແລະ ກວດສອບຄືນການແຈ້ງພາສີ ຂຶ້ນກັບພາສີ ປະຈໍາ ແຂວງສະຫວັນນະເຂດ, ໄດ້ລົງເຄື່ອນໄຫວວຽກງານວິຊາສະເພາະ, ພາຍຫຼັງໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າຈະມີການຊື້-ຂາຍລົດນໍາເຂົ້າບໍ່ຖືກຕ້ອງ ເຂດບ້ານໂພນສະຫວັນເໜືອ ນະຄອນໄກສອນ ແຂວງສະຫວັນນະເຂດ.

ດັ່ງນັ້ນ, ມາຮອດເວລາ 12:30 ໂມງ, ຈຶ່ງໄດ້ພົບເຫັນລົດເປົ້າໝາຍຈໍານວນ 3 ຄັນ, ເປັນລົດກະບະ TOYOTA VIGO ແຄັບລຸ້ນຕໍ່າສີປອນເງິນ ຈໍານວນ 2 ຄັນ ແລະ ລົດກະບະ TOYOTA VIGO ແຄັບລຸ້ນສູງສີຂາວ ຈໍານວນ 1 ຄັນ.

ທາງເຈົ້າໜ້າທີ່ພາສີໄດ້ທຳການກວດກາລົດຈໍານວນດັ່ງກ່າວເຫັນວ່າບໍ່ ມີເອກະສານ, ຈຶ່ງໄດ້ຈັບກຸມ ແລະ ຢຶດລົດດັ່ງກ່າວໄວ້ເປັນຂອງກາງຢູ່ຫ້ອງການພາສີປະຈຳແຂວງ, ເພື່ອດຳເນີນຄະດີຕາມລະບຽບກົດໝາຍ, ປັດຈຸບັນດຳເນີນການສືບສວນ-ສອບສວນທີ່ໄປທີ່ມາຂອງລັດຈໍານວນ 3 ຄັນນີ້.

Leave a Reply

Your email address will not be published. Required fields are marked *