• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ສາວແພຣວາ ສາຍແວວເກັ່ງກວາດ 4 ຫຼຽນຄໍາ ພ້ອມຂັນຈາກການແຂ່ງຢືມນາສຕິກລະດັບໂຮງຮຽນ

ແພຣວາ ມິຊາໂຕະ ພິລາພັນເດຊ ນັກກິລາຢິມນາສຕິກສາວລາວ ສ້າງຜົນງານໂດດເດັ່ນກວາດ 4 ຫຼຽນຄໍາ ແລະ ຂັນລາງວັນຄະແນນລວມຮຸ່ນອາຍຸ 16-18 ປີ ໃນການແຂ່ງຂັນກິລາໂຮງຮຽນ ກົມພະລະສຶກສາ ປະຈໍາປີ 2022 ຢິມນາສຕິກລີລາ ທີ່ປະເທດໄທ ເມື່ອວັນທີ 17 ກັນຍາ 2022.

ໂດຍ 4 ຫຼຽນຄໍາຂອງ ແພຣວາ ໄດ້ຈາກປະເພດ ບຸກຄົນລວມອຸປະກອນ, ໝາກບານ, ຄະທາ ແລະ ຣິບບິ້ນ. ນອກນັ້ໜ ຍັງໄດ້ອີກ 1 ຫຼຽນທອງຈາກປະເພດ ອຸປະກອນຫ່ວງ.

ສໍາລັບ ແພຣວາ ເປັນນັກກິລາຢິມນາສຕິກລາວ ເຄີຍເຂົ້າແຂ່ງຂັນໃນຊີເກມ ຄັ້ງຫຼ້າສຸດໃນນາມຕົວແທນທີມຊາດລາວ ແລະ ກ່ອນຫຼ້ານີ້ກໍຄວ້າໄປ 3 ຫຼຽນທອງໃນລາຍການ Singapore Open 2022 Gymnastic ເມື່ອເດືອນມິຖຸນາທີ່ຜ່ານມາ ລາຍລະອຽດເບິ່ງຄລິບລຸ່ມນີ້

Leave a Reply

Your email address will not be published. Required fields are marked *