• Thu. Sep 28th, 2023

Lao Sport Update

ຮອບດ້ານວົງການກິລາ

ຮອງປະທານປະເທດ ລົງຕິດຕາມ ແລະ ຊຸກຍູ້ການກະກຽມຄວາມພ້ອມຂອງງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຢູ່ແຂວງຊຽງຂວາງ

ວັນທີ 16 ກັນຍາ 2022 ທ່ານ ບຸນທອງ ຈິດມະນີ ຜູ້ປະຈຳການເລຂາທິການສູນກາງພັກ ຮອງປະທານປະເທດ ພ້ອມຄະນະໄດ້ເຄື່ອນໄຫວຕິດຕາມ, ກວດກາ ແລະ ຊຸກຍູ້ວຽກງານກະກຽມຄວາມພ້ອມຂອງງານມະຫາກຳກິລາແຫ່ງຊາດ ຄັ້ງທີ XI ຢູ່ແຂວງຊຽງຂວາງ ທີ່ຈະເປັນເຈົ້າພາບໃນທ້າຍປີ 2022 ນີ້ ໂດຍໄດ້ຮັບການຕ້ອນຮັບຈາກພະນັກງານຫຼັກແຫຼ່ງຂອງແຂວງ ແລະ ຜູ້ຕາງໜ້າຈາກພາກສ່ວນທີ່ກ່ຽວຂ້ອງ.


ໃນໂອກາດດຽວກັນນີ້ ທ່ານ ຮອງປະທານປະເທດ ພ້ອມດ້ວຍຄະນະຍັງໄດ້ໄປກວດກາເບີ່ງຄວາມພ້ອມດ້ານພື້ນຖານໂຄງລ່າງຮັບໃຊ້ການແຂ່ງຂັນກິລາແຫ່ງຊາດ ຄັ້ງທີ XI ໂດຍສະເພາະສະໜາມກິລາປະເພດຕ່າງໆ ແລະ ສະຖານທີ່ອື່ນຕື່ມອີກ.

.

ໂອກາດນີ້, ທ່ານຮອງປະທານປະເທດ ແຫ່ງ ສປປລາວ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດທີ່ຍາດມາໄດ້ ພ້ອມທັງເນັ້ນໃຫ້ເອົາໃຈໃສ່ສືບຕໍ່ຈັດຕັ້ງຜັນຂະຫຍາຍ ມະຕິຂອງພັກ ແຜນພັດທະນາເສດຖະ ກິດ-ສັງຄົມ, ສຶກສາອົບຮົມການເມືອງແນວຄິດ, ເປັນເຈົ້າການໃນການຈັດຕັ້ງປະຕີບັດ, ແກ້ໄຂແນວຄິດເອື່ອຍອີງ, ແຂ່ງຂັນພັດທະນາ ສ້າງສະຕິເປັນເຈົ້າ, ສືບຕໍ່ຄົ້ນຄ້ວາ ນຳໃຊ້ທ່າແຮງຂອງແຂວງ ເຂົ້າໃນການພັດທະນາ ແກ້ໄຂຄວາມທຸກຍາກ, ສືບຕໍ່ຜັນຂະຫຍາຍ ຈັດຕັ້ງປະຕິບັດວາລະແຫ່ງຊາດ, ສູ້ຊົນປະຕິບັດບັນດາຄາດໝາຍໃນການພັດທະນາ, ເອົາໃຈໃສ່ປ້ອງກັນ, ຕ້ານພະຍາດໂຄວິດ19 ແລະ ໄຂ້ຍຸງ, ສ້າງ ພັດທະນາ ແລະ ຄຸ້ມຄອງແຮງງານໃຫ້ເປັນລະບົບ, ຈັດສັນບ້ານຕິດພັນກັບການຈັດສັນອາຊີບຄົງທີ່, ສືບຕໍ່ ສຶກສາອົບຮົມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ດຸໝັ່ນຮ່ຳຮຽນ ຍົກລະດັບຄວາມຮູ້ຄວາມສາ ມາດ ແລະ ທິດສະດີການເມືອງການປົກຄອງ, ຕິດຕາມກວດກາ ພະນັກງານສະມາຊິກພັກ, ເຕົ້າໂຮມຄວາມສາມັກຄີບັນດາເຜົ່າໃຫ້ແໜ້ນແຟ້ນ ພ້ອມກັນພັດທະນາແຂວງຊຽງຂວາງ ໃຫ້ຈະເລີນຂຶ້ນເລື້ອຍໆ.

Leave a Reply

Your email address will not be published. Required fields are marked *