ເນື່ອງຈາກມີຝົນຕົກໜັກຫຼາຍຊົ່ວໂມງ ເຮັດໃຫ້ມີນ້ຳຫ້ວຍຮ່ອງຄອງບິຶງໄຫຼມາໂຮມກັນໄຫຼເຂົ້າເຄື່ອນໄຟຟ້າ ເຮັດໃຫ້ມີປະລິມານນ້ຳຫຼາຍຈຶ່ງຖ້ວມເຂື່ອນ ແລະ ໄຫຼສຸຖ້ອມເຮືອນ ຊານບ້ານຊ່ອງຂອງປະຊາຊົນນອນໃນ 4 ບ້ານ ທີ່ຂຶ້ນກັບກຸ່ມນ້ຳຍອນ ໃນນັ້ນ ມີບ້ານນ້ຳຍອນໃໝ່, ນ້ຳຍອນເກົ່າ, ບ້ານລາວຫຼວງ ແລະ ບ້ານດອນຈັນ ປະເມີນຜົນເສຍຫາຍໃນເບື້້ອງຕົ້ນຜົນເສຍຫາຍແມ່ນນ້ຳຖ້ວມເຮືອນ, ນາ ແລະ ຮົ້ວສວນຂອງປະຊາຊົນຈຳນວນໜຶ່ງ.
ດ້ວຍຄວາມເປັນຫ່ວງເປັນໄຍໃນການດຳລົງຊີວິດຂອງປະຊາຊົນການນຳພັກ-ລັດຂອງແຂວງແມ່ນໄດ້ລົງຕິດຕາມ ແລະ ກວດກາເບິ່ງຜົນກະທົບຈາກໄພພິບັດໃນຄັ້ງນີ້ມາໃນວັນທີ 16 ກັນຍານີ້ທ່ານ ຈອມສີ ລັດຕະນະປັນ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງບໍ່ແກ້ວ ພ້ອມດ້ວຍຄະນະ ພາກສ່ວນທີ່ກ່ຽວຂ້ອງໄດ້ລົງກວດກາຕົວຈິງ ເພື່ອປະເມີນຜົນເສຍຫາຍຕ່າງໆ ແລະ ຈະໄດ້ລາຍງານຜົນກະທົບດັ່ງກ່າວໃຫ້ແກ່ຂັ້ນເທິ່ງຕາມຂັ້ນຕອນ ຊອກຫາວິທີທາງຊ່ວຍເຫຼືອປະຊາ ຊົນຜູ້ທີ່ຖືກຜົນກະທົບດັ່ງກ່າວຕາມຄວາມເໝາະສົມ.
ທ່ານ ແສງເມືອງ ທັກວິໄຊ ກຳມະການພັກເມືອງ ຜູ້ຊີ້ນຳກຸ່ມນ້ຳຍອນ ໄດ້ລາຍງານສະ ພາບການກ່ຽວກັບໄພພິບັດຄັ້ງນີ້ໃຫ້ຜູ້ສື່ຂ່າວຂອງແຂວງບໍ່ແກ້ວຮັບຊາບວ່າ: ເນື່ອງຈາກມີຝົນ ຕົກລຽນຕິດກັນເປັນເວລາຫຼາຍວັນ ຈຶ່ງເຮັດໃຫ້ມີປະລິມານນຳຝົນຫຼາຍ ແລະ ໄຫຼສຸເຂົ້າຖ້ວມເຮືອນ, ນາ ແລະ ບ່ອນທຳການຜະລິດຂອງປະຊາຊົນໃນ 4 ບ້ານ ເຮັດໃຫ້ມີຜົນເສຍຫາຍຈຳນວນຫຼາຍ ສຳຫຼັບການປະເມີນຜົນເສຍຫາຍຍັງແມ່ນຢູ່ໃນຂັ້ນຕອນການເກັບກຳຂໍ້ມູນເນື້ອທີ່ທຳການຜະລິດ ແລະ ຂໍ້ມູນພື້ນຖານຜົນເສຍຫາຍເຮືອນຂອງປະຊົາຊົນໃນຕົວຈິງວ່າມີຈັກຫຼັງ ຄາເຮືອນທີ່ຖືກຜົນກະທົບໜັກ ຫຼື ໜ້ອຍຫຼາຍປານໃດ ສ່ວນມູນຄ່າການເສຍຫາຍແມ່ນຍັງບໍ່ສາມາດປະເມີນໄດ້ເນື່ອງຈາກວ່າແມ່ນຢູ່ໃນຂັ້ນຕອນເກັບກຳຂໍ້ມູນຢ່າງລະອຽດ ຈຶ່ງຈະໄດ້ລາຍງານໃຫ້ຮັບຊາບຕາມທີ່ຫຼັງ.
ທ່ານ ພັທ ຄຳສອນ ໄຊຍະວົງ ຮອງກອງບັນຊາການທະຫານແຂວງບໍ່ໄດ້ໃຫ້ຮູ້ວ່າ: ດ້ວຍຄວາມເອົາໃຈໃສ່ກ່ຽວກັບການປະຕິບັດໜ້າທີ່ ເພື່ອຊ່ວຍ ເຫຼືອປະຊາຊົນບັນດາເຜົ່າ ໂດຍສະເພາະແມ່ນຜູ້ທີ່ໄດ້ຮັບຜົນກະທົບຈາກໄພພິບັດຕ່າງໆ ທາງກອງບັນຊາການທະຫານແຂວງແມ່ນໄດ້ນຳເອົາກຳລັງມີ 7 ກົມກອງ ມີຈຳນວນພົນທັງໝົດ 200 ກວ່າສະຫາຍ ເຂົ້າມາຊ່ວຍເຫຼືອປະຊາຊົນໃຫ້ທັນກັບສະພາບໃນນີ້ໄດ້ແບ່ງເປັນ 4 ຈຸດເພື່ອຊ່ວຍ ປະຊາຊົນຂົນເຄື່ອງໃຊ້ທີ່ຈຳເປັນ. ເຖິງຢ່າງໃດກໍ່ຕາມກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແມ່ນມີຄວາມກຽມພ້ອມຕະຫຼອດເວລາ ເພື່ອເຂົ້າຊ່ວຍເຫຼືອປະຊາຊົນຢ່າງສຸດໃຈ.
.
.
.
ພາບ-ຂ່າວ: ບຸນຈັນ ມະນີໄຊ