ຂປລ. ໃນວັນທີ 18 ກັນຍາ 2022 ນີ້, ຢູ່ທີ່ຫ້ອງການບ້ານຫາດນາງ ເມືອງຂວາ, ທ່ານ ຄຳຜອຍ ວັນນະສານ ເຈົ້າແຂວງ ແຂວງຜົ້ງສາລີ ພ້ອມດ້ວຍບັນດາພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ໄດ້ລົງມອບເຄື່ອງບັນເທົາທຸກໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມຢູ່ເມືອງຂວາ.
ທ່ານ ພອນທະວີ ໄຊມົນຕີ ເຈົ້າເມືອງ ເມືອງຂວາ ໄດ້ລາຍງານວ່າ: ວັນທີ 26 ສີງຫາ 2022 ທີ່ຜ່ານມາ ໄດ້ມີພາຍຸລະດູຮ້ອນມາອອນ (MA ON) ພັດເຂົ້າບັນດາແຂວງພາກເໜືອຂອງລາວ ໂດຍສະເພາະແມ່ນ ແຂວງຜົ້ງສາລີ ແລະ ອຸດົມໄຊ ເຊີ່ງເຮັດໃຫ້ເກີດມີຝົນຕົກໜັກເປັນບໍລິເວນກ້ວາງ. ໃນນີ້ເມືອງຂວາ ກໍ່ເປັນເມືອງໜື່ງທີ່ໄດ້ຮັບຜົນກະທົບຈາກພາຍຸດັ່ງກ່າວ ເຮັດໃຫ້ນໍ້າຖ້ວມບ້ານ, ຖະໜົນຫົນທາງ, ພື້ນຖານໂຄງລ່າງ, ເຮືອນຊານບ້ານຊ່ອງ, ໄຮ່ນາຮົ້ວສ່ວນ ເກີດມີຜົນເສຍຫາຍໜັກໜ່ວງ ແລະ ມີຄົນໄຫລນໍ້າ 5 ຄົນ, ຍິງ 1 ຄົນ, ເສຍຊີວິດ 2 ຄົນ, ຍິງ 1 ຄົນ (ເຊິ່ງເປັນຜົວເມຍ).
ໄພພິບັດທາງທໍາມະຊາດທີ່ເກີດຂຶ້ນຄັ້ງນີ້ມີຜົນກະທົບຈໍານວນ 63 ບ້ານ, ມີ 3.347 ຄົວເຮືອນ, ມີ 4.258 ຄອບຄົວ, ພົນລະເມືອງ 17.705 ຄົນ, ຍິງ 8.952 ຄົນ ເປັນຕົ້ນແມ່ນພື້ນຖານໂຄງລ່າງ, ຊີວິດ, ຊັບສິນ, ເຮືອນຊານບ້ານຊ່ອງ, ຮ້ານອາຫານ, ໂຮງຕົ້ມເຫລົ້າ, ສັດລ້ຽງ, ເນື້ອທີ່ທໍາການຜະລິດ, ເສັ້ນທາງຄົມມະນາຄົມ, ຂົວ, ໄຟຟ້າ, ນໍ້າປະປາ, ນໍ້າລິນ, ໂຮງຮຽນ, ການສື່ສານ ແລະ ອື່ນໆ ເຊິ່ງປະເມີນມູນຄ່າເສຍຫາຍໃນເບື້ອງຕົ້ນປະມານ 75 ຕື້ກ່ວາກີບ. ເຄື່ອງທີ່ນໍາໄປມອບໃນຄັ້ງນີ້ປະກອບມີສັງກະສີ 3.000 ແຜ່ນ, ເຂົ້າສານ 2 ໂຕນ, ໝີ່ໄວໆ 100 ແກັດ, ຜ້າຫົ່ມ 30 ຜືນ ແລະ ເຄື່ອງອຸປະໂພກ ບໍລິໂພກຈຳນວນໝື່ງ ລວມມູນຄ່າທັງໝົດ 160 ລ້ານກ່ວາກີບ.
ໂອກາດນີ້, ທ່ານ ເຈົ້າແຂວງ ຍັງໄດ້ກ່າວສະແດງຄວາມເປັນຫ່ວງເປັນໄຍ ແລະ ເນັ້ນໃຫ້ທຸກພາກສ່ວນສືບຕໍ່ເລັ່ງແກ້ໄຂສຸກເສີນ ໂດຍສະເພາະແມ່ນຊ່ວຍເຫລືອບັນເທົາທຸກ, ດ້ານສະບຽງອາຫານ, ທັນຍາຫານ ເປັນຕົ້ນເຂົ້າສານ, ອາຫານແຫ້ງ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໃນຄົວເຮືອນ, ເລັ່ງແກ້ໄຂນໍ້າດື່ມ, ນໍ້າໃຊ້, ສືບຕໍ່ປູກລະດົມຂົນຂວາຍເພື່ອມາຊ່ວຍບັນເທົາທຸກ ແລະ ແກ້ໄຂຜົນກະທົບທີ່ຈຳເປັນ.
ພ້ອມກັນນັ້ນ ທ່ານຍັງໄດ້ຮຽກຮ້ອງມາຍັງອົງການປົກຄອງເມືອງ ສືບຕໍ່ລົງກວດກາປະເມີນຜົນເສຍຫາຍໃຫ້ລະອຽດຈະແຈ້ງ, ເພື່ອຫາວິທີການຊ່ວຍເຫລືອໃຫ້ຖືກຕ້ອງ ແລະ ສອດຄ່ອງ, ຄະນະພັກ ກຸ່ມບ້ານ ໃຫ້ສືບຕໍ່ໃຫ້ການຮ່ວມມືກັບອົງການປົກຄອງເມືອງ ເພື່ອບັນເທົາທຸກໃຫ້ຄອບຄົວທີ່ໄດ້ຮັບຜົນກະທົບ, ພ້ອມກັນນັ້ນຈົ່ງຮີບປະຊຸມຮ່ວມກັບອົງການປົກຄອງບ້ານ ເພື່ອກຳນົດທິດທາງແກ້ໄຂຜົນກະທົບ, ຢູ່ແຕ່ລະບ້ານ ເປັນຕົ້ນແມ່ນຈະປູກ, ຈະລ້ຽງຫຍັງ ທົດແທນຜົນເສຍຫາຍ ເປັນຕົ້ນແມ່ນເຂົ້ານາ, ເຂົ້າໄຮ່ ແລະ ພືດພັນທັນຍາຫານອື່ນໆ, ຕໍ່ກັບເລຂາພັກ ນາຍບ້ານ, ອົງການຈັດຕັ້ງຂັ້ນບ້ານ ຕ້ອງເປັນເຈົ້າການປະເມີນການຜົນກະທົບ ແລະ ຜົນເສຍຫາຍຂອງແຕ່ລະຄອບຄົວ ເພື່ອປຸກລະດົມຊາວບ້ານຊ່ວຍຄອບຄົວຢູ່ພາຍໃນບ້ານຂອງຕົນ ທີ່ຂາດທີ່ຢູ່ອາໄສ ແລະ ຂາດປັດໄຈທີ່ຈຳເປັນ.
ຮຽກຮ້ອງໃຫ້ພໍ່ແມ່ປະຊາຊົນເພີ່ມທະວີຄວາມສາມັກຄີປອງດອງ ເອື້ອເຟື້ອເພື່ອແຜ່, ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ໂດຍສະເພາະສຸມໃສ່ຊ່ວຍຄອບຄົວ ທີ່ຖືກຜົນກະທົບໜັກກ່ວາໝູ່ ຄອບຄົວຂາດທີ່ຢູ່ອາໄສ, ເຂົ້າກິນ, ເຄື່ອງນຸ່ງຫົ່ມ, ສືບຕໍ່ທໍາໃຈໃຫ້ເຂັ້ມແຂງ, ພ້ອມກັນສ້າງສາພັດທະນາຕໍ່ໄປ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອໃຫ້ຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິໂດຍໄວ.
ພາບ-ຂ່າວ: ແສງຄຳ ສາລີວັນ