• Wed. Jun 7th, 2023

Lao Sport Update

ຮອບດ້ານວົງການກິລາ

ສຸດຍອດ!! ຊອນເຮືອງມິນ ສ້າງປະຫວັດສາດເປັນນັກເຕະຕົວສຳຮອງ ສະເປີ ຄົນທຳອິດ ລົງມາຍິງແຮັດທຣິກ ໃນພຣີເມ່ຍລີກ ພາທີມຊະນະ ເລັສເຕີ 6-2

ຊອນເຮືອງມິນ ສູນໜ້າທີມຊາດສາທາລະນະລັດເກົາຫລີ (ເກົາຫລີໃຕ້) ສວມບົດບາດພະເອກ ເປັນ Super Sub ຫລື ຍອດຕົວສຳຮອງ ລົງມາຍິງແຮັດທຣິກໃຫ້ຕົ້ນສັງກັດ ທັອດແນ່ມ ຮັອດສະເປີ ເປີດບ້ານຊະນະ ເລັສເຕີ ຊິຕີ້ 6-2 ເກມພຣີເມ່ຍລີກ ນັດທີ 7 ໃນວັນທີ 17 ກັນຍາຜ່ານມາ.

ຊອນເຮືອງມິນ ຫລື ຊອນນີ້ ລົງມາແທນ ຣິຊາລີຊອນ ໃນນາທີ 59′ ໃນຂະນະທີ່ ສະເປີ ນຳ ເລັສເຕີ 3-2 ແລະ ກຳລັງເປີດເກມແລກກັນຢ່າງດຸເດືອດລະທຶກໃຈ ເຊິ່ງ ສະເປີ ເກືອບເສຍປະຕູຕີສະເໝີຫລາຍຈັງຫວະ ແຕ່ໄດ້ປະຕູສຳຄັນຖິ້ມຫ່າງເປັນ 4-2, 5-2 ແລະ 6-2 ຈາກຊອນເຮືອງມິນ ໃນນາທີ 73′, 84′, 86′ ຊ່ວຍສະເປີ ຊະນະ ເລັສເຕີ ແບບສຸດມັນ 6-2.

ຊອນເຮືອງມິນ ໄວ 30 ປີ ສ້າງປະຫວັດສາດເປັນນັກເຕະຕົວສຳຮອງ ສະເປີ ຄົນທຳອິດ ລົງມາຍິງແຮັດທຣິກ ໃນພຣີເມ່ຍລີກ ເຊິ່ງເປັນຜົນງານທີ່ສຳຄັນຢ່າງຍິ່ງ ຕໍ່ການສ້າງຄວາມໝັ້ນໃຈຂອງຫົວໜ້າທີມຊາດທັບໂສມຂາວ ເພາະ 8 ນັດກ່ອນນີ້ ລວມທຸກລາຍການ ຍິງປະຕູບໍ່ໄດ້ເລີຍໃນລະດູການນີ້ ເຊິ່ງແຕກຕ່າງຈາກລະດູການຜ່ານມາ ຊອນນີ້ ເປັນດາວຍິງສູງສຸດຂອງ ພຣີເມ່ຍລີກ ຮ່ວມກັບ ໂມຮາເໝັດ ຊາລ້າ ຂອງລີເວີພູລ ລວມ 23 ປະຕູ.

ສະເປີ ຊະນະ ເລັສເຕີ 4 ນັດລວດ ຫຍັບຂຶ້ນມາຢູ່ອັນດັບທີ 2 ມີ 17 ຄະແນນຈາກ 7 ນັດ ເທົ່າກັບ ແມນຊິຕີ້ ແຊ້ມເກົ່າ ແຕ່ປະຕູໄດ້ເສຍ ສະເປີ ໜ້ອຍກວ່າ ຊິຕີ້ 6 ໜ່ວຍ, ຂະນະທີ່ ເລັສເຕີ ເສຍເປັນນັດທີ 6 ຕິດຕໍ່ກັນໃນ ພຣີເມ່ຍລີກ ລະດູການນີ້ ມີພຽງ 1 ຄະແນນຈາກ 7 ນັດ, ນັດຕໍ່ໄປ ສະເປີ ຈະໄປຢາມ ອາຣເຊນໍລ ວັນທີ 1 ຕຸລານີ້ ຫລັງເກມທີມຊາດ, ສ່ວນ ເລັສເຕີ ຈະເປີດບ້ານພົບກັບ ນ້ອງໃໝ່ ນັອດຕິ້ງແຮມ ຟໍເຣັດ ວັນທີ 3 ຕຸລາ 2022.

Photo: Tottenham Hotspur

Leave a Reply

Your email address will not be published. Required fields are marked *