• Sat. Sep 30th, 2023

Lao Sport Update

ຮອບດ້ານວົງການກິລາ

ອີຣານ ເຂົ້າເປັນສະມາຊິກອົງການຄວາມຮ່ວມມືຊຽງໄຮ້ ຫລື SCO

ByAdmin N

Sep 16, 2022 #ອີຣານ

ສຳນັກຂ່າວຕ່າງປະເທດລາຍງານ ໃນວັນທີ 15 ກັນຍາຜ່ານມາວ່າ ກະຊວງການຕ່າງປະເທດຂອງອີຣານ ໄດ້ອອກຖະແຫຼງການ ລະບຸວ່າ: ອີຣານ ໄດ້ລົງນາມໃນບົດບັນທຶກຂໍ້ຕົກລົງ ເພື່ອເຂົ້າເປັນສະມາຊິກຂອງອົງການຄວາມຮ່ວມມືຊຽງໄຮ້ ( SCO ) ຢ່າງເປັນທາງການແລ້ວ.

ເຊິ່ງຈະເປັນໂອກາດອັນດີໃຫ້ແກ່ລັດຖະບານອີຣານ ໃນການສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ, ຄົມມະນາຄົມ, ພະລັງງານ ແລະ ອື່ນໆ ກັບບັນດາປະເທດທີ່ເປັນສະມາຊິກຂອງ SCO.

May be an image of 3 people and people standing

SCO ແມ່ນອົງການຮ່ວມມື ທີ່ສ້າງຕັ້ງຂຶ້ນ ໃນປີ 2001 ປະກອບມີ ຣັດເຊຍ, ຈີນ ແລະ 4 ປະເທດ ໃນອາຊີກາງ ໄດ້ແກ່: ກາຊັກສະຖານ, ອຸດສະເບກິດສະຖານ, ກຽກກິດສະຖານ ແລະ ຕັດຈິກິດສະຖານ ໂດຍມີ ອິນເດຍ ແລະ ປາກິດສະຖານ ເຂົ້າຮ່ວມໃນປີ 2017 ແລະ ມີອຸດົມການ ເພື່ອຕ້ານອຳນາດຝ່າຍຕາເວັນຕົກໃນພາກພື້ນດັ່ງກ່າວ.

 

Leave a Reply

Your email address will not be published. Required fields are marked *