ເງິນຄືໂຈດສຳຄັນສຸດສຳລັບຜູ້ທີ່ຕ້ອງການໄປເຮັດວຽກຢູ່ຕ່າງປະເທດ ເນື່ອງຈາກຕ້ອງລົງທຶນລົງຮອນໃນເບື້ອຕົ້ນ ເພື່ອແລ່ນເອກະສານ, ຄ່າບໍລິການບໍລິສັດຈັດຫາງານ, ຄ່າປີ້ຍົນຕ່າງໆ ຈິ່ງເຮັດໃຫ້ຄົນທຸກຫຼາຍຄົນທີ່ຢາກໄປເຮັດວຽກເພື່ອໃຫ້ຊີວິດດີຂຶ້ນແຕ່ບໍມີປັນຍາເຮັດຫຍັງໄດ້ຍ້ອນ”ງ” ໂຕດຽວ, ຜ່ານມາບໍມີບໍລິສັດໃດໃຫ້ກູ້ໃຜຢາກໄປຕ້ອງມີເງິນທຶນພື້ນຖານ ເງິນຄ້ຳປະກັນອື່ນໆຈິ່ງສາມາດໄປໄດ້ບໍຊັ້ນກໍ່ໝົດສິດເລື່ອງໄປຫາເງິນຢູ່ຕ່າງປະເທດ ແຕ່ຕອນນີ້ທະນາຄານພັດທະນາລາວຍື່ນມືມາຊ່ວຍເລື່ອງນີ້ ຕ້ອງຂອບໃຈເພິ່ນ.
ເພື່ອເປັນການສ້າງທາງເລືອກໃໝ່ໃຫ້ແກ່ແຮງງານລາວ ທີ່ຕ້ອງການ ໄປເຮັດວຽກຕ່າງປະເທດຢ່າງຖືກຕ້ອງ ແລະ ເຂົ້າເຖິງແຫຼ່ງທຶນດອກເບ້ຍຕໍ່າ, ສາມາດເປີດບັນຊີທະນາຄານເປັນຂອງຕົນເອງກ່ອນການເດີນທາງ ເພື່ອສະດວກໃນການໂອນເງິນຄ່າແຮງກັບຄືນປະເທດ. ພ້ອມດຽວກັນນັ້ນ ລັດຖະບານ ກໍ່ຈະສາມາດເກັບກໍາຂໍ້ມູນຕ່າງໆ ກ່ຽວກັບການໄປເຮັດວຽກຕ່າງປະເທດຂອງແຮງງານລາວ ເພື່ອເປັນຂໍ້ມູນໃນການກໍານົດນະໂຍບາຍ, ນິຕິກໍາກ່ຽວຂ້ອງອື່ນໆ ເພື່ອພັດທະນາປະເທດຊາດໃນຕໍ່ໜ້າ.
ສະນັ້ນ ໃນວັນທີ 16 ກັນຍາ 2022 ນີ້, ທີ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ(ຮສສ) ໄດ້ມີພິທີເຊັນສັນຍາຮວ່ມມືກັນ ລະຫວ່າງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ກັບ ທະນາຄານພັດທະນາລາວ ຈຳກັດ ໃນການສະໜອງເງິນກູ້ ໃຫ້ແກ່ຜູ້ອອກແຮງງານ ລາວ ທີ່ຈະໄປເຮັດວຽກຢູ່ຕ່າງປະເທດ. ຕາງໜ້າເຊັນໂດຍ ທ່ານ ສຸລິຍາ ຄຳວົງສາ ຮອງກົມການຈັດຫາງານ ກະຊວງ ຮສສ ແລະ ທ່ານ ລິດສະໝີ ລາດຊະວົງ ຜູ້ອຳນວຍການ ທະນາຄານພັດທະນາລາວ ຈຳກັດ ໂດຍເປັນກຽດເຂົ້າຮວ່ມ ເປັນສັກຂີພິຍານ ຂອງ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ , ທ່ານ ສິດທິສອນ ເທບພາສີ ປະທານສະພາບໍລິຫານ ທະນາຄານພັດທະນາລາວ, ມີບັນດາທ່ານ ຮອງຫ້ອງການ, ຮອງກົມ ແລະ ບັນດາບໍລິສັດຈັດຫາງານຈຳນວນໜຶ່ງເຂົ້າຮວ່ມ.
ສັນຍາສະບັບດັ່ງກ່າວ, ແມ່ນໄດ້ລະບຸຢ່າງຊັດເຈນໃນການກຳນົດຂອບເຂດການຮ່ວມມື ຄູ່ຮ່ວມພາຄີ ໃນການຊ່ວຍແຮງງານລາວທີ່ຈະໄປເຮັດວຽກຢູ່ຕ່າງປະເທດ ແລະ ໄດ້ກຳນົດເປັນໄລຍະເວລາ 3 ປີ . ໃນພິທີ ທ່ານ ສຸລິຍາຄຳວົງສາ ຮອງກົມການຈັດຫາງານ ໄດ້ລາຍງານສະພາບການຈັດສົ່ງແຮງງານໄລຍະຜ່ານມາໃຫ້ຮູ້ວ່າ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລົງນາມສັນຍາຮ່ວມມືດ້ານແຮງງານ ຮ່ວມກັບ 3 ປະເທດຄື: ປະເທດໄທ, ຍີ່ປຸ່ນ ແລະ ສ.ເກົາຫຼີ ຊຶ່ງມາຮອດປະຈຸບັນ ມີແຮງງານລາວທີ່ກໍາລັງເຮັດວຽກຢູ່ຕ່າງປະເທດ ໂດຍຜ່ານການຈັດສົ່ງຂອງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຢູ່ປະເທດໄທ ຈໍານວນ 97.799 ຄົນ, ຍິງ 51.728 ຄົນ; ປະເທດ ຍີ່ປຸ່ນ ຈໍານວນ 626 ຄົນ, ຍິງ 241 ຄົນ ແລະ ປະເທດ ສ.ເກົາຫຼີ ຈໍານວນ 969 ຄົນ, ຍິງ 192 ຄົນ.
ສໍາລັບການຈັດສົ່ງແຮງງານໄປເຮັດວຽກທີ່ປະເທດ ສ.ເກົາຫຼີ ແມ່ນກໍາລັງໄດ້ຮັບຄວາມສົນໃຈຈາກຜູ້ອອກແຮງງານລາວເປັນຈໍານວນຫຼວງຫຼາຍ. ປະຈຸບັນ ການຈັດສົ່ງແຮງງານລາວໄປເຮັດວຽກຢູ່ ສ.ເກົາຫຼີ, ສປປ ລາວ ດໍາເນີນການຈັດສົ່ງໃນ 2 ລະບົບຄື: ການຈັດສົ່ງແຮງງານລາວໄປເຮັດວຽກຢູ່ ສ.ເກົາຫຼີ ໃນລະບົບ Employment Permittion System (EPS) ຫຼື ລະບົບການອະນຸຍາດຈ້າງງານ ແມ່ນການຈັດສົ່ງໄປເຮັດວຽກໃນໂຮງຈັກໂຮງງານອຸດສາຫະກໍາຂະໜາດນ້ອຍ ແລະ ກາງ ໄລຍະການເຮັດວຽກ 3-5 ປີ ແລະ ການຈັດສົ່ງແຮງງານຕາມລະດູການ Seasonal Worker (SW) ແມ່ນເປັນການຈັດສົ່ງໄປເຮັດວຽກໃນຂົງເຂດກະສິກໍາເປັນສ່ວນໃຫຍ່ ໄລຍະສັ້ນ 3-5 ເດືອນ ຊຶ່ງຄ່າໃຊ້ຈ່າຍໃນການໄປເຮັດວຽກຢູ່ ສ.ເກົາຫຼີ ທັງໝົດ ເຊັ່ນ: ຄ່າຮຽນພາສາເກົາຫຼີ, ຄ່າລົງທະບຽນສອບເສັງ, ຄ່າປະກອບເອກະສານ, ຄ່າວີຊາແຮງງານ, ຄ່າປີ້ຍົນໄປ-ກັບ ແລະ ຄ່າໃຊ້ຈ່າຍຕ່າງໆທີ່ກ່ຽວຂ້ອງ ແມ່ນຜູ້ອອກແຮງງານ ເປັນຜູ້ຮັບຜິດຊອບເອງທັງໝົດ.
ສະນັ້ນ ການຮ່ວມມືກັບທະນາຄານພັດທະນາລາວ ໃນຄັ້ງນີ້ ຈະເປັນບາດກ້າວໃໝ່ ໃນການພັດທະນາວຽກງານແຮງງານຂອງ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍສະເພາະການສ້າງທາງເລືອກໃໝ່ໃຫ້ແກ່ແຮງງານລາວ ທີ່ຕ້ອງການເຂົ້າເຖິງແຫຼ່ງທຶນດອກເບ້ຍຕໍ່າ ເພື່ອດໍາເນີນເອກະສານເດີນທາງໄປເຮັດວຽກຕ່າງປະເທດຢ່າງຖືກຕ້ອງ, ແຮງງານສາມາດເປີດບັນຊີທະນາຄານເປັນຂອງຕົນເອງກ່ອນການເດີນທາງ ເພື່ອສະດວກໃນການໂອນເງິນຄ່າແຮງກັບຄືນປະເທດ. ພ້ອມດຽວກັນນັ້ນ ລັດຖະບານ ກໍ່ຈະສາມາດເກັບກໍາຂໍ້ມູນຕ່າງໆ ກ່ຽວກັບການໄປເຮັດວຽກຕ່າງປະເທດຂອງແຮງງານລາວ ເພື່ອເປັນຂໍ້ມູນໃນການກໍານົດນະໂຍບາຍ, ນິຕິກໍາກ່ຽວຂ້ອງອື່ນໆ ເພື່ອພັດທະນາປະເທດຊາດໃນຕໍ່ໜ້າ.
(ຂ່າວສານຮສສ)