ແກເຣັດ ເຊົາເກດ ຄູຝຶກສາມພະຍາສິງທີມຊາດອັງກິດ ປະກາດລາຍຊື່ນັກເຕະ 28 ຄົນ ມາຊ່ວຍທີມດວນກັບ ທີມຊາດອີຕາລີ ແລະ ເຢຍລະມັນ ທ້າຍເດືອນກັນຍານີ້ ມີລາຍຊື່ ແຮຣີ້ ແມັກໄກວ ແລະ ລຸກຊໍ ສອງກອງຫລັງຕົວສຳຮອງຂອງ ແມນເຊັສເຕີ ຢູໄນເຕັດ ແຕ່ບໍ່ມີຊື່ ຈາດອນ ຊານໂຊ້ ປີກຟອມເດັ່ນ ໄວ 22 ປີ.
ຂະນະທີ່ ກອງຫລັງຜູ້ອື່ນທີ່ຕິດທີມຊຸດນີ້ມີ ຄາຍ ວັອກເກີ, ຈອນ ສະໂຕນ ຈາກແມນຊິຕີ້, ເບັນ ຊິວເວວ, ຣິຊ ເຈມສ໌ຈາກເຊວຊີ, ເອຣິກ ໄດເອີ ຈາກສະເປີ, ເທັນ ອາເລັກຊານເດີ ອາໂນ ຈາກລີເວີພູລ, ຄີເຣນ ທິບເປຍ ຈາກນິວຄາສເຊິນ, ໂຄເນີ ຄົວດີ້ ຈາກເອຟເວີຕັນ, ມາກ ກູຮີ ຈາກຄຣິສຕັນ ພາເລດ ແລະ ຟີກາໂຢ້ ໂຕໂທຣີ້ ຈາກເອຊີ ມິລານ, ບໍ່ມີລາຍຊື່ ເບັນ ໄວ້ ຈາກອາຣເຊນໍລ.
ກອງກາງນຳໂດຍ: ຈຸດ ເບວລິ້ງແຮມ ຈາກດັອດມຸນ, ເມສັນ ເມົ້າ ຈາກເຊວຊີ, ເຈມສ໌ວອດເພົ້າ ຈາກເຊົາແທ່ມຕັນ, ດີຄານ ໄຣຊ໌ຈາກເວັສແຮມ ແລະ ຄາວວິນ ຟີລິບ ຈາກແມນຊິຕີ້ ທີ່ຫາກໍເຊົາເຈັບກັບມາ, ບໍ່ມີ ຈໍແດນ ແຮນເດີສັນ ຂອງລີເວີພູລ ເພາະມີອາການບາດເຈັບ.
ກອງໜ້ານຳໂດຍ ຫົວໜ້າທີມ ແຮຣີ້ ເຄນ ຈາກສະເປີ, ຣາຮີມ ສະເຕີລິ້ງ ຈາກເຊວຊີ, ຟິວ ໂຟເດັ້ນ, ແຈັກ ກຣີລິສ ຈາກແມນຊິຕີ້, ບູກາໂຢ້ ຊາກ້າ ຈາກອາຣເຊນໍລ, ແທ່ມມີ້ ອາບຣາຮຳ ຈາກໂຣມ້າ, ຈາຣັອດ ໂບເວັນ ຈາກເວັສແຮມ ແລະ ອີວານ ໂທນີ້ ຈາກເບັນຟອດ ທີ່ຟອມດີໃນ ພຣີເມ່ຍລີກ ຕິດທີມຄັ້ງທຳອິດ ແຕ່ບໍ່ມີລາຍຊື່ ມາຄັສ ຣາຊຟອດ ຈາກແມນຢູ.
ສ່ວນຜູ້ຮັກສາປະຕູ 3 ຄົນ ປະກອບມີ: ນິກ ໂປບ ຈາກນິວຄາສເຊິນ, ອາຣ້ອນ ແຣມເດວ ຈາກອາຣເຊນໍລ ແລະ ດີນ ແຮນເດີສັນ ຈາກນັອດຕິ້ງແຮມ ຟໍເຣັດ, ສ່ວນ ຈໍແດນ ພິກຟອດ ຈາກເອຟເວີຕັນ ມີອາການບາດເຈັບຂໍຖອນຕົວ.
ທີມຊາດອັງກິດ ຈະໄປຢາມ ທັບອັຊຊູຣີ້ ທີມຊາດອີຕາລີ ວັນທີ 23 ກັນຍານີ້ ຈາກນັ້ນຈະເປີດບ້ານພົບກັບ ທັບອິນຊີເຫລັກ ເຢຍລະມັນ ວັນທີ 26 ກັນຍາ ເກມຢູຟ້າ ເນຊັ່ນລີກ ລີກ A ຮອບແບ່ງກຸ່ມ ກຸ່ມທີ 3 ສອງນັດສຸດທ້າຍ ນັດທີ 5 ແລະ ນັດທີ 6 ເຊິ່ງ 4 ນັດຜ່ານມາ ອັງກິດ ມີພຽງ 2 ຄະແນນ ໝົດໂອກາດລຸ້ນເຂົ້າຮອບ 4 ທີມສຸດທ້າຍ ມີແຕ່ລຸ້ນໜີຕົກຊັ້ນ.
Photo: England football team