ເມື່ອເວົ້າເຖິງຄູຝຶກທີ່ໂດດເດັ່ນທີ່ສຸດໃນວົງການບານເຕະລາຍການລະດັບລີກໃນ ສປປ ລາວ ກໍບໍ່ພົ້ນ ທ່ານ SATYASAGARA ຄູຝຶກຊາວສິງກະໂປ ທີ່ຫຼ້າສຸດພາ ຊ້າງນ້ອຍ ເອັຟຊີ ກວາດທັງໝົດແຊ້ມ ການແຂ່ງຂັນ LFF LAO FORD CUP 2022 ຫຼັງຮອບຊີງຊະນະເລີດເອົາແຊງເອົາຊະນະ ມາສເຕີ 7 ເອັຟຊີ 2-1 ໃນການຕໍ່ເວລາພິເສດ 30 ນາທີໆ ຫຼັງສະເໝີກັນ 1-1 ເມື່ອວັນທີ 28 ສິງຫາ 2022 ແລະ ກ່ອນໜ້ານີ້ພາທີມຄວ້າແຊັມ ເປບຊີ ລາວລີກ 1 ລະດູການ 2022
ຜົນການແຂ່ງຂັນເບິ່ງໄດ້ທີ່ຄລິບລຸ່ມນີ້:
ນອກຈາກ ໄດ້ແຊັມ LFF LAO FORD CUP 2022 ຂອງ ຊ້າງນ້ອຍ ເອັຟຊີ ຍັງເປັນແຊ້ມລາຍການທີ 2 ໃນປີ 2022 ຕໍ່ຈາກລາຍການ ເປບຊີ ລາວລີກ 1 ທີ່ຫາກໍຈົບໄປເມື່ອບໍ່ດົນມານີ້ ນັກເຕະຊ້າງນ້ອຍ
ທ່ານ SATYASAGARA ຍັງສາມາດຄວ້າລາງວັນຄູຝຶກດີເດັ່ນໄດ້ເຖິງ 2 ລາຍການຈາກຜົນງານບໍ່ເສຍໃຫ້ກັບ ທີມໃດຈັກນັດ ຖືເປັນສະຖິຕິທີ່ໂດດເດັ່ນທີ່ສຸດ ເບິ່ງຄລິບເພີ່ມຕື່ມ: