• Sun. Jun 4th, 2023

Lao Sport Update

ຮອບດ້ານວົງການກິລາ

ຄົນຮ້າຍຍິງເຈົ້າໜ້າທີ່ເສຍຊີວິດ 1 ສະຫາຍຢູ່ຫົວພັນ

ເກີດເຫດເສັ້າກັບເຈົ້າໜ້າທີ່ຕຳຫຼວດອີກແລ້ວ ໃນຄັ້ງວັນທີ 14 ກັນຍາ 2022, ເປົ້າຫມາຍຄ້າຢາໃຊ້ປືນແກັບຍິງເຈົ້າໜ້າທີ່ຕຳຫຼວດເສຍຊີວິດ 1 ສະຫາຍໃນຂະນະທີ່ອອກກວດກາພິສູດແຫລ່ງຂ່າວຕາມຫລັກວິຊາສະເພາະທີ່ໄດ້ຮັບແຈ້ງຈາກພົນລະເມືອງດີ, ເຊິ່ງເຫດການດັ່ງກ່າວ ເກີດຂຶ້ນທີ່ບ້ານນາຄາ ເມືງຊຳເຫນືອ ແຂວງຫົວພັນ.

ເຈົ້າຫນ້າທີ່ ປກສ ເມືອງຊຳເຫນືອ ໃຫ້ຂໍ້ມູນວ່າ : ໃນວັນທີ 12 ກັນຍາ 2022 ກອງບັນຊາການ ປກສ ເມືອງຊຳເໜືອ ໄດ້ແຕ່ງຕັ້ງກຳລັງວິຊາສະເພາະ ພະແນກສັນຕິບານ, ພະແນກ 504 ລົງສົມທົບເຮັດວຽກກັບ ປກສ ກຸ່ມບ້ານຊາງຄໍາ ລົງເກັບກຳຂໍ້ມູນ ເພື່ອແນໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆ ຢູ່ໃນກຸ່ມບ້ານຊາງຄຳ ໂດຍສະແມ່ນແກ້ໄຂບັນຫາຄ້າຢາ ແລະ ສະພາບການອື່ນໆ ທີ່ກ່ຽວພັນເຖິງຄວາມບໍ່ສະຫງົບ ທາງດ້ານການເມືອງ ແລະ ຄວາມບໍ່ເປັນລະບຽບຮຽບຮ້ອຍທາງດ້ານສັງຄົມ.

ຕົກມາຮອດເຊົ້າຂອງວັນທີ 14 ກັນຍາ 2022 ທີມງານ ປກສ ເມືອງຊຳເໜືອ ໄດ້ສົມທົບກັບ ປກສ ກຸ່ມບ້ານຊາງຄຳ ອອກກວດກາພິສູດເເຫຼ່ງຂ່າວ ຕາມພົນລະເມືອງດີລາຍງານ ວ່າມີບຸກຄົນ ມີການເຄື່ອນໄຫວກ່ຽວກັບບັນຫາຢາເສບຕິດ ແລະ ມີອາວຸດລ່າເນື້ອໄວ້ໃນຄອບຄອງ ເມື່ອທີມງານເດີນທາງໄປໃກ້ຊິຮອດຄຸ້ມພູປຽດປະມານ 900 ແມັດ, ໄດ້ເຫັນຊາຍຄົນໜຶ່ງບໍ່ຮູ້ຊື່ ຖືອາວຸດລ່າເນື້ອປະເພດປືນແກັບ ຍ່າງປົນກັບນັກຮຽນກຳລັງຍ່າງໄປເຂົ້າໂຮງຮຽນ. ຈາກນັ້ນເຈົ້າໜ້າທີ່ ປກສ ກຸ່ມບ້ານ ໄດ້ສະແດງໂຕ ຈະກວດກາຊາຍທີ່ຖືອາວຸດລ່າເນື້ອນັ້ນ ພໍຍ່າງໄປຮອດຫ່າງຈາກຊາຍຄົນນັ້ນປະມານ 3 ແມັດ, ຊາຍຄົນດັ່ງກ່າວໄດ້ໃຊ້ປືນແກັບທີ່ຜູ້ກ່ຽວຖືຢູ່ຍິງໃສ່ ຮອ ຊອມ ສີສົມທອງ ໄດ້ຮັບບາດເຈັບສາຫັດ. ຫຼັງຈາກນັ້ນ, ເຈົ້າໜ້າທີ່ໄດ້ເອົາຕົວເຈົ້າໜ້າທີ່ ທີ່ຖືກຍິງສົ່ງໂຮງໝໍແຂວງຫົວພັນ ແລະ ຜູ້ກ່ຽວໄດ້ເສຍຊີວິດໃນເວລາຕໍ່ມາ.

ປັດຈຸບັນ ກອງບັນຊາການ ປກສ ແຂວງຫົວພັນໄດ້ແຕ່ງຕັ້ງອົງການວິຊາສະເພາະລົງກວດກາລົງສະຖານທີ່ເກີດເຫດລົງເກັບກຳຂໍ້ມູນ ສືບສວນ – ສອບສວນຊອກຄົ້ນຫາຜູ້ກະທໍາຜິດມາດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ສຳລັບການປະຕິບັດນະໂຍບາຍຕໍ່ສະຫາຍນາຍຕຳຫຼວດທີ່ເສຍຊີວິດ, ພາກສ່ວນທີ່ກ່ຽວຂ້ອງ ໂດຍສະເພາະກະຊວງ ປກສ ແມ່ນກຳລັງເລັ່ງໃຫ້ການຊ່ວຍເຫຼືອ ແລະ ປະຕິບັດນະໂຍບາຍຕໍ່ຄອບຄົວຢ່າງເຕັມທີ່.

ພວກເຮົາກຳລັງ ປກສ ຂໍສະແດງຄວາມເສຍໃຈຕໍ່ການຈາກໄປຂອງສະຫາຍ ຮອ ຊອມ ສີສົມທອງ, ສະຫາຍຄືຜູ້ກ້າທີ່ເສຍຫຼະເລືອດເນື້ອ ແລະ ຊີວິດເພື່ອຄວາມສະຫງົບສຸກຂອງປະເທດຊາດ ແລະ ຄຸນງາມຄວາມດີຂອງສະຫາຍຈະຍັງຄົງຢູ່ຕະຫຼອດໄປ.
ຂ່າວ: ໜັງສືພິມຄວາມສະຫງົບ

Leave a Reply

Your email address will not be published. Required fields are marked *