• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ບໍ່ຂີ້ຄ້ານລ້ຽງເປັດລ້ຽງໄກ່ກໍ່ມີເງິນເບິ່ງສອງຄອບຄົວນີ້ເປັນຕົວຢ່າງ

ຖ້າຖາມເລື່ອງເງິນໃຜກໍຢາກໄດ້ ເພາະເງິນເປັນໃບເບີກທາງຂອງທຸກສິ່ງຢ່າງແມ່ນແຕ່ການຮັກສາສຸຂະພາບ ແຕ່ຫຼາຍຄົນກໍ່ແນມບໍ່ເຫັນທາງອອກຈະເຮັດຫຍັງດີໃຫ້ໄດ້ເງິນມາ ແອັດແນະນຳວ່າບໍໃຫ້ຄິດໄກ ຄິກໃຫຍ່ເກີນກວ່າສິ່ງເຮົາເຮັດໄດ້ ລ້ຽງເປັດ,ໄກ່ເປັນຟາມເຮັດບໍໄດ້ຖ້າບໍມີທຶນ ແຕ່ຖ້າລ້ຽງເທື່ອລະ 10-20 ໂຕແລ້ວໃຫ້ຄ່ອຍໆເຕີບໃຫຍ່ພວກເຮົາເຮັດໄດ້ຢູ່ແລ້ວ ເປັນກຳລັງໃຈໃຫ້ຄົນສູ້ຊີວິດ ຢ່າທໍ້ເດີ້ ເບິ່ງແຕ່ສອງຄອບຄົວນີ້ເພິ່ນໃນເບື້ອງຕົ້ນກໍ່ຄືກັບໄທເຮົາເຈົ້າຂ້ອຍແຕ່ຕອນນີ້ເພິ່ນເຫັນເງິນ 100 ລ້ານຍ້ອນຄວາມດຸໝັ່ນໃຈສູ້ນັ້ນເອງ.

ມື້ນີ້ຈະພາມາຮູ້ຈັກກັບສອງຄອບຄົວຢູ່ທາງແຂວງຜົ້ງສາລີ ໃນເມືອງຍອດອູ ນັ້ນຄຶືຄອບຄົວຂອງທ່ານ ວຽງແກ້ວ ພັນວິໄລ ແລະ ທ່ານ ຍອດແສງ ແຍນຄຳ ຢູ່ບ້ານພານ ເມືອງ ຍອດອູ ເພິ່ນເອງແມ່ນເຮັດຫຼາຍຢ່າງທີ່ປິ່ນອ້ອມວຽກງານກະສິກຳ ແລະຫັນມາເອົາດີກັບການລ້ຽງເປັດ, ໄກ່ພັນໄຂ່ເຫັນວ່າລາຍໄດ້ດີສົມຄວນ.


ທ່ານ ວຽງແກ້ວ ພັນວິໄລ ໄດ້ໃຫ້ຂໍ້ມູນວ່າ: ໃນຄອບຄົວຂອງເພິ່ນເອງມີສະມາຊິກທັງໝົດ 9 ຄົນ, ຍິງ 3 ຄົນ, ມີແຮງງານຜະລິດຕົ້ນຕໍ 3 ແຮງງານ, ຍິງ 1 ແຮງງານ ກ່ອນທີ່ຈະຫັນມາລ້ຽງເປັດກາບໄຂ່ຂາຍນີ້ ຕົນເອງ ກໍ່ໄດ້ເຮັດຫຼາຍອາຊີບປະສົມປະສານເພື່ອສ້າງລາຍໄດ້ໃຫ້ແກ່ຄອບຄົວ ແຕ່ຄອບຄົວກໍ່ຍັງຂາດເຂີນຫຼາຍເພາະວ່າການໃຊ້ຈ່າຍຫຼາຍກວ່າລາຍຮັບ ຈິ່ງໄດ້ຕັດສິນໃຈຊອກຮູ້ຮໍ່າຮຽນດ້ານເຕັກນິກໃນການລ້ຽງເປັດກາບໄຂ່ ນຳຜູ້ທີ່ເຄີຍມີປະສົບການມາ ກ່ອນ ໂດຍນຳໃຊ້ທຶນ ແລະ ແຮງງານຂອງຕົນເອງມີເຊິ່ງຕົ້ນທຶນທັງໝົດໃນການລ້ຽງເປັດກາບໄຂ່ໃນຈຳນວນ 1.030ໂຕ ເປັນເງິນ 77.250.000 ກີບ ພາຍໃນໜຶ່ງເດືອນກໍ່ໄດ້ສົ່ງໄຂ່ອອກຂາຍແລ້ວ ສາມາດສ້າງລາຍຮັບໄດ້ທັງໝົດ 372 ລ້ານກີບຕໍ່ປີ ພາຍຫຼັງລົບຕົ້ນທຶນອອກກຳໄລໃນການລ້ຽງເປັດກາບໄຂ່ໄດ້ 83 ລ້ານກີບຕໍ່ປີ ນອກຈາກການລ້ຽງເປັດກາບໄຂ່ແລ້ວທາງຄອບຄົວຍັງຜະລິດກະສິ ກຳອື່ນໆເພີ່ມເພື່ອສ້າງລາຍຮັບເຂົ້າຄອບຄົວເປັນຈຳນວນເງິນ 393 ລ້ານກີບຕໍ່ປີ, ສະເລ່ຍໃສ່ຫົວຄົນໃນຄອບ ຄົວໄດ້ 43 ລ້ານກີບຕໍ່ຄົນຕໍ່ປີ.

ສໍາລັບຄອບຄົວທ່ານ ຍອດແສງ ແຍນຄໍາ ອາຊີບ ປະຊາຊົນ, ຊົນເຜົ່າລື້ ຢູ່ບ້ານກາດ ເມືອງ ຍອດອູ ແຂວງຜົ້ງສາລີ ມີຈຳນວນຄົນໃນຄອບຄົວທັງໝົດ 4 ຄົນ, ຍິງ 2 ຄົນ, ມີແຮງງານຜະລິດ 2 ແຮງງານ, ຍິງ 1 ແຮງງານ ເຊິ່ງມີຕົ້ນທຶນທັງໝົດໃນການລ້ຽງໄກ່ພັນໄຂ່ 204,000,000 ກີບ ສາມາດສ້າງລາຍຮັບໄດ້ທັງໝົດ 240  ລ້ານກີບຕໍ່ປີ ລົບຕົ້ນທຶນອອກໄດ້ກຳໄລໃນການລ້ຽງໄກ່ພັນໄຂ່ໄດ້ 36 ລ້ານກີບຕໍ່ປີ ນອກຈາກການລ້ຽງໄກ່ພັນໄຂ່ແລ້ວທາງຄອບຄົວຍັງຜະລິດກະສິກຳອື່ນໆເພີ່ມເພື່ອສ້າງລາຍຮັບເຂົ້າຄອບຄົວເປັນຈຳນວນເງິນ 134 ລ້ານກີບຕໍ່ປີ, ສະເລ່ຍໃສ່ຫົວຄົນໃນຄອບຄົວໄດ້ 33 ລ້ານກີບຕໍ່ຄົນຕໍ່ປີ ຈົນສາມາດຢັ້ງຢືນເປັນຄອບຄົວພົ້ນທຸກ.​


ທ່ານ ວຽງແກ້ວ ພັນວິໄລ ຫົວໜ່ວຍທຸລະກິດລ້ຽງເປັດກາບໄຂ່ ຍັງໄດ້ຝາກເຖິງພໍ່ແມ່ປະຊາຊົນບັນດາເຜົ່າທຸກຊັ້ນຄົນຜູ້ທີ່ມີຄວາມສົນໃຈຢາກຈະປະກອບອາຊີບການປູກຝັງ-ລ້ຽງສັດ ຫຼື ການປະກອບອາຊີບອື່ນໆເພື່ອເປັນການສ້າງລາຍຮັບໃຫ້ແກ່ຄອບຄົວຕົນເອງນີ້ ກ່ອນອື່ນໝົດກໍ່ຕ້ອງມີຄວາມອົດທົນ, ຄວາມດຸໝັ່ນຂະຫຍັນພຽນ, ມີຄວາມມັກຮັກໃນອາຊີບ ແລະ ສີ່ງທີ່ຕົນເອງເຮັດ. ສີ່ງສຳຄັນກວ່ານີ້ກໍ່ຕ້ອງຮັດແໜ້ນຄວາມຄວາມສາມັກຄີປອງດອງພາຍໃນຄອບຄົວ, ຊ່ວຍເຫຼືອເຊີ່ງກັນ ແລະ ກັນເພື່ອພ້ອມກັນສ້າງສາ, ຄຽງຄູ່ກັນນີ້ກໍ່ຕ້ອງຈັດສັນ ຫຼື ເລືອກເຟັ້ນເອົາສະຖານທີ່ລ້ຽງໃຫ້ເໝາະສົມກັບສັດທີ່ເຮົາຈະລ້ຽງເພື່ອໃຫ້ສັດເຕີບໃຫຍ່ ແລະ ຂະຫຍາຍຕົວໄວ.

Leave a Reply

Your email address will not be published. Required fields are marked *