ກ່ອນໜ້ານີ້ ທ່ານ ນາງ ພິຈິກາ ບຸນກວ້າງ ຫຼື ມາດາມ ໂບລ ຍິງງາມສາວແກ່ນຫົວໃຈກິລາ ເຮັດຕາມສັນຍາ ເພາະກ່ອນໜ້ານີ້ບອກວ່າຈະນໍາທຸງຊາດລາວ ຂະໜາດໃຫຍ່ເຂົ້າໄປເຊຍທີມຊາດລາວ ຢູ 20 ນັດພົບກັບ ເຢເມນ ໃນວັນທີ 14 ກັນຍາ 2022 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16.
ຫຼ້າສຸດໃນຕອນແລງຂອງວັນດັ່ງກ່າວ ມາດາມ ໂບລ ພ້ອມດ້ວຍແຟນບານຈໍານວນຫຼາຍຄົນ ພາທຸງຊາດລາວ ຜືນໃຫຍ່ທີ່ສຸດລະດັບໂລກປະກາຍໃນສະໜ!ມດັ່ງກ່າວ ສ້າງຄວາມສຸກສູ່ແຟນບານຊາວລາວ ຢ່າງຟົດຟຶ້ນ ໃນການແຂ່ງຂັນເຕະບານຊາຍ ຊີງແຊ໋ມອາຊີ ຮອບຄັດເລືອກກຸ່ມຊີ ທີ່ສປປ ລາວ ຮັບກຽດເປັນເຈົ້າພາບ.
ຊຶ່ງກ່ອນໜ້ານີ້ ມາດາມ ໂບ ກໍເຄີຍນຳເອົາທຸງຊາດລາວຜືນດັ່ງກ່າວ ໄປເປັ່ງປະກາຍຜ່ານສາຍຕາຊາວອາຊຽນມາແລ້ວ ໃນງານກິລາ ຮ່າໂນ້ຍ ເກມ 2021 ທີ່ສສ ຫວຽດນາມເປັນເຈົ້າພາບ ເມື່ອເດືອນມີນາ 2022 ຜ່ານມານີ້
ນັດດັ່ງກ່າວ ເປັນກການແຂ່ງຂັນບານເຕະຊີງແຊັມອາຊີ 2023 ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ກຸ່ມ C ທີ່ ສປປ ລາວ ເປັນເຈົ້າພາບ ເມື່ອວັນທີ 14 ກັນຍາ 2022 ທີມຊາດລາວ ຢູ 20 ພົບ ເຢເມນ ຢູ 20 ປາກົດວ່າ:
ຢູ 20 ລາວ ເສຍ 1-2 ໂດຍນັດດັ່ງກ່າວມີແຟນບານເຂົ້າຊົມເຖິງ 7 ພັນກວ່າຄົນ
ເຮັດໃຫ້ ທີມຊາດລາວ ລົງສະໜາມ 3 ນັດ ຊະນະ 1 ແລະ ເສຍ 2 ນັດມີ 3 ຄະແນນຢູ່ອັນດັບທີ 4 ຂອງຕາຕະລາງຄະແນນລວມ ໝົດສິດໄປຫຼິ້ນຮອບສຸດທ້າຍເປັນທີ່ແນ່ນອນແລ້ວ, ສ່ວນ ຍີ່ປຸ່ນ ມີ 6 ຄະແນນຈາກ 2 ນັດຢຶດທີມນໍາ, ອັນດັບ 2 ປາແລັສຕິນ ມີ 4 ຄະແນນເທົ່າກັບ ອັນດັບ 3 ເຢນເມນ ຈາກການລົງແຂ່ງຂັນ 2 ນັດເທົ່າກັນ, ສ່ວນ ກວມ ລົງສະໜາມ 3 ນັດບໍ່ມີຈັກຄະແນນ.
ນັດນີ້ຕາມການປະເມີນຂອງຝ່າຍຈັດການແຂ່ງຂັນມີແຟນບານເຂົ້າຊົມໃນສະໜາມເຖິງ 7 ພັນກວ່າຄົນ ເຊິ່ງກໍຫຼາຍເປັນອັນດັບ 2 ຮອງຈາກນັດທີ່ ທີມຊາດລາວ ພົບ ຍີ່ປຸ່ນ ມີແຟນບານເຂົ້າຊົມເຖິງ 9 ພັນກວ່າຄົນ.
ສໍາລັບ ທີມຊາດລາວ ຢູ 20 ຍັງເຫຼືອການແຂ່ງຂັນອີກ 1 ນັດໃນວັນທີ 18 ກັນຍາ 2022 ເວລາ 19:00 ໂມງພົບກັບ ປາແລສຕິນ ທີ່ສະໜາມກິລາແຫ່ງຊາດ ຫຼັກ 16