ການແຂ່ງຂັນບານເຕະຊີງແຊັມອາຊີ 2023 ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ກຸ່ມ C ທີ່ ສປປ ລາວ ເປັນເຈົ້າພາບ ເມື່ອວັນທີ 14 ກັນຍາ 2022 ທີມຊາດລາວ ຢູ 20 ພົບ ເຢເມນ ຢູ 20 ປາກົດວ່າ:
ຢູ 20 ລາວ ເສຍ 1-2 ໂດຍນັດດັ່ງກ່າວມີແຟນບານເຂົ້າຊົມເຖິງ 7 ພັນກວ່າຄົນ
ເຮັດໃຫ້ ທີມຊາດລາວ ລົງສະໜາມ 3 ນັດ ຊະນະ 1 ແລະ ເສຍ 2 ນັດມີ 3 ຄະແນນຢູ່ອັນດັບທີ 4 ຂອງຕາຕະລາງຄະແນນລວມ ໝົດສິດໄປຫຼິ້ນຮອບສຸດທ້າຍເປັນທີ່ແນ່ນອນແລ້ວ, ສ່ວນ ຍີ່ປຸ່ນ ມີ 6 ຄະແນນຈາກ 2 ນັດຢຶດທີມນໍາ, ອັນດັບ 2 ປາແລັສຕິນ ມີ 4 ຄະແນນເທົ່າກັບ ອັນດັບ 3 ເຢນເມນ ຈາກການລົງແຂ່ງຂັນ 2 ນັດເທົ່າກັນ, ສ່ວນ ກວມ ລົງສະໜາມ 3 ນັດບໍ່ມີຈັກຄະແນນ.
ນັດນີ້ຕາມການປະເມີນຂອງຝ່າຍຈັດການແຂ່ງຂັນມີແຟນບານເຂົ້າຊົມໃນສະໜາມເຖິງ 7 ພັນກວ່າຄົນ ເຊິ່ງກໍຫຼາຍເປັນອັນດັບ 2 ຮອງຈາກນັດທີ່ ທີມຊາດລາວ ພົບ ຍີ່ປຸ່ນ ມີແຟນບານເຂົ້າຊົມເຖິງ 9 ພັນກວ່າຄົນ.
ສໍາລັບ ທີມຊາດລາວ ຢູ 20 ຍັງເຫຼືອການແຂ່ງຂັນອີກ 1 ນັດໃນວັນທີ 18 ກັນຍາ 2022 ເວລາ 19:00 ໂມງພົບກັບ ປາແລສຕິນ ທີ່ສະໜາມກິລາແຫ່ງຊາດ ຫຼັກ 16
ແຟນຈໍານວນ 7 ພັນກວ່າຄົນນັດນີ້
ບັນຍາກາດຂ້າງສະໜາມ
.