• Sun. Dec 3rd, 2023

Lao Sport Update

ຮອບດ້ານວົງການກິລາ

ປະມວນພາບ ຢູ 20 ລາວ ເຖິງຈະເສຍໃຫ້ ເຢເມນ ແຕ່ກໍສູ້ໄດ້ສົມສັກສີ

ການແຂ່ງຂັນບານເຕະຊີງແຊັມອາຊີ 2023 ຮຸ່ນອາຍຸບໍ່ເກີນ 20 ປີ ຮອບຄັດເລືອກ ກຸ່ມ C ທີ່ ສປປ ລາວ ເປັນເຈົ້າພາບ ເມື່ອວັນທີ 14 ກັນຍາ 2022 ທີມຊາດລາວ ຢູ 20 ພົບ ເຢເມນ ຢູ 20 ປາກົດວ່າ: ທີມຊາດເຢເມນ ຫຼິ້ນໄດ້ດີິໃນເຄິ່ງເວລາທໍາອິດ ໄດ້ປະຕູຂຶ້ນນໍາ 1-0 ຈາກການຍິງຂອງ MOHAMMED AHMED MAHDI.

ສ່ວນ ເຄິ່ງເວລາທີ 2 ທີມຊາດລາວ ກັບມາສູ້ເກມໄດ້ໂດດເດັ່ນບຸກຕັ້ງແຕ່ຕົ້ນເກມ ແລະ ມີໂອກາດຍິງຫຼາຍຄັ້ງ ແຕ່ບໍ່ຜ່ານມືຂອງຜູ້ຮັກສາປະຕູຄູ່ແຂ່ງ ກ່ອນເຖິງທ້າຍເກມ ເຢນເມນ ໜີຫ່າງເປັນ 2-0 ຈາກການຍິງຂອງ AMMAR ABDULLAH NOMAN ນາທີໆ 83 ກ່ອນທີ່ ເພັດດາວັນ ສົມສະນິດ ຈະໂໝ່ງປະຕູຕີໄຂ່ແຕກໃຫ້ກັບ ຢູ 20 ລາວ ໄລ່ມາເປັນ 1-2 ນາທີໆ 85, ສ່ວນໄລຍະເວລາທີ່ເຫຼືອບໍ່ມີປະຕູເກີດຂຶ້ນ ຈົບເກມ ຢູ 20 ລາວ ເສຍ 1-2.

ເຮັດໃຫ້ ທີມຊາດລາວ ລົງສະໜາມ 3 ນັດ ຊະນະ 1 ແລະ ເສຍ 2 ນັດມີ 3 ຄະແນນຢູ່ອັນດັບທີ 4 ຂອງຕາຕະລາງຄະແນນລວມ ໝົດສິດໄປຫຼິ້ນຮອບສຸດທ້າຍເປັນທີ່ແນ່ນອນແລ້ວ, ສ່ວນ ຍີ່ປຸ່ນ ມີ 6 ຄະແນນຈາກ 2 ນັດຢຶດທີມນໍາ, ອັນດັບ 2 ປາແລັສຕິນ ມີ 4 ຄະແນນເທົ່າກັບ ອັນດັບ 3 ເຢນເມນ ຈາກການລົງແຂ່ງຂັນ 2 ນັດເທົ່າກັນ, ສ່ວນ ກວມ ລົງສະໜາມ 3 ນັດບໍ່ມີຈັກຄະແນນ.

ສໍາລັບ ທີມຊາດລາວ ຢູ 20 ຍັງເຫຼືອການແຂ່ງຂັນອີກ 1 ນັດໃນວັນທີ 18 ກັນຍາ 2022 ເວລາ 19:00 ໂມງພົບກັບ ປາແລສຕິນ ທີ່ສະໜາມກິລາແຫ່ງຊາດ ຫຼັກ 16

ນັດທີມຊາດລາວ ຢູ 20 ເສຍໃຫ້ ເຢເມນ 1-2

ປະມວນພາບ

ຈັງຫວະທີມຊາດລາວ ໄດ້ປະຕູ

Leave a Reply

Your email address will not be published. Required fields are marked *