• Mon. May 29th, 2023

Lao Sport Update

ຮອບດ້ານວົງການກິລາ

ເມັສຊີ້ ຍິງປະຕູທີ 126 ໃນແຊ້ມປ້ຽນລີກ ພາ PSG ບຸກແຊງຊະນະ ໄຮຟາ 3-1

3 ປະສານ MNM ເມັສຊີ້-ເນມາຣ-ເອັມບັບເປ້ ຊ່ວຍກັນຍິງຜູ້ລະປະຕູ ພາ ປາຣີ ແຊັງແຊກແມັງ (PSG) ບຸກຊະນະ ແມັກຄາບີ້ ໄຮຟາ ທີມຈາກອິສຣາແອນ 3-1 ເຕະບານ ຢູຟ້າ ແຊ້ມປ້ຽນລີກ ຮອບແບ່ງກຸ່ມ ກຸ່ມ H ນັດທີ 2 ໃນຄືນວັນທີ 14 ກັນຍາຜ່ານມາ, PSG ຖືກເຈົ້າບ້ານຍິງນຳກ່ອນຈາກ ທາຣ້ອນ ເຊຣີ້ ນາທີ 24′ ແຕ່ ຍິງແຊງສາມປະຕູຈາກ ລີໂອເນວ ເມັສຊີ້ ນາທີ 37′ ກາຍເປັນປະຕູທີ 126 ໃນແຊ້ມປ້ຽນລີກ ຕາມຫລັງ ຄຣິສເຕຍໂນ້ ໂຣນາວໂດ້ ດາວຍິງສູງສຸດ 14 ປະຕູ, ຄີລຽນ ເອັມບັບເປ້ ນາທີ 69′ ແລະ ເນມາຣ ນາທີ 88′.

PSG ຄວ້າໄຊ 2 ນັດລວດໃນ ແຊ້ມປ້ຽນລີກ ລະດູການນີ້, ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ຢູເວັນຕຸສ ເສຍໃຫ້ ເບັນຟີກ້າ 1-2. ຜ່ານໄປ 2 ນັດ PSG ແລະ ເບັນຟີກ້າ ມີ 6 ຄະແນນເຕັມ, ຢູເວ່ ແລະ ແມັກຄາບີ້ ໄຮຟາ ຍັງບໍ່ມີຄະແນນ, ນັດຕໍ່ໄປ ເບັນຟີກ້າ ພົບ PSG ແລະ ຢູເວັນຕຸສ ພົບ ແມັກຄາບີ້ ໄຮຟາ ຈະແຂ່ງຂັນ ຄືນວັນທີ 5 ຕຸລາທີ່ຈະມາເຖິງນີ້.

Photo: UEFA Champions League

Leave a Reply

Your email address will not be published. Required fields are marked *