• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ຮາແລນ ຟອມແຮງ! ຍິງ ດັອດມຸນ ທີມເກົ່າ ຍິງປະຕູທີ 26 ຈາກການລົງຫລິ້ນ 21 ນັດໃນແຊ້ມປ້ຽນລີກ ພາ ຊິຕີ້ ມີໄຊ!!

ເອີລິ້ງ ຮາແລນ ສູນໜ້າຟອມເດັ່ນທີມຊາດນໍຣເວ (ນອກແວ) ຍິງທີມເກົ່າ ໂບຣຸສເຊຍ ດັອດມຸນ ພາສັງກັດໃໝ່ ແມນເຊັສເຕີ ຊິຕີ້ ແຊງຊະນະ ເສືອເຫລືອງ ດັອດມຸນ ແບບຫວຸດວິດ 2-1 ເຕະບານ ຢູຟ້າ ແຊ້ມປ້ຽນລີກ ຮອບແບ່ງກຸ່ມ ກຸ່ມ G ນັດທີ 2 ໃນຄືນວັນທີ 14 ກັນຍາຜ່ານມາ.

ທີມຢາມ ດັອດມຸນ ນຳກ່ອນຈາກ ຈຸດ ເບວລິ້ງແຮມ ນາທີ 56′ ແຕ່ຖືກ ຊິຕີ້ ຍິງແຊງຈາກ ຈອນ ສະໂຕນ ນາທີ 80′ ແລະ ເອີລິ້ງ ຮາແລນ ນາທີ 84′ ຮາແລນ ສູນໜ້າ ໄວ 22 ປີ ຍິງ 5 ນັດຕິດຕໍ່ກັນ ລວມເປັນປະຕູທີ 13 ໃນລະດູການນີ້ ແລະ ເປັນປະຕູທີ 26 ຈາກການລົງຫລິ້ນ 21 ນັດໃນແຊ້ມປ້ຽນລີກ. ຜົນອີກໜຶ່ງຄູ່ໃນກຸ່ມດຽວກັນ ເອຟຊີ ໂຄເປັນຮາເກັນ ສະເໝີກັບ ເຊບີຢ້າ 0-0.

ຜ່ານໄປ 2 ນັດ ແມນຊິຕີ້ ມີ 6 ຄະແນນເຕັມ, ດັອດມຸນ ມີ 3 ຄະແນນ, ເຊບີຢ້າ ແລະ ໂຄເປັນຮາເກັນ ມີ 1 ຄະແນນ, ນັດຕໍ່ໄປ ແມນຊິຕີ້ ພົບ ໂຄເປັນຮາເກັນ ແລະ ເຊບີຢ້າ ພົບ ດັອດມຸນ ຈະແຂ່ງຂັນ ຄືນວັນທີ 5 ຕຸລາ.

Photo: UEFA Champions League

Leave a Reply

Your email address will not be published. Required fields are marked *