ເມື່ອເວົ້າເຖິງນັກເຕະທີ່ຮ້ອນແຮງທີ່ສຸດໃນຕອນນີ້ກໍ່ໜີບໍ່ພົ້ນ ກີ້ດາວອນ ສຸວັນນີ ຫຼັງຈາກຫຼ້າສຸດພາ ຊ້າງນ້ອຍ ເອັຟຊີ ກວາດທັງໝົດແຊ້ມ ແລະ ລາງວັນດີເດັ່ນຕ່າງປະຈໍາການແຂ່ງຂັນ LFF LAO FORD CUP 2022 ຫຼັງຮອບຊີງຊະນະເລີດເອົາແຊງເອົາຊະນະ ມາສເຕີ 7 ເອັຟຊີ 2-1 ໃນການຕໍ່ເວລາພິເສດ 30 ນາທີໆ ຫຼັງສະເໝີກັນ 1-1 ເມື່ອວັນທີ 28 ສິງຫາ 2022.
ຜົນການແຂ່ງຂັນເບິ່ງໄດ້ທີ່ຄລິບລຸ່ມນີ້:
ນອກຈາກ ພາຊ້າງນ້ອຍ ໄດ້ແຊັມ LFF LAO FORD CUP 2022 ກີ້ດາວອນ ຍັງສາມາດຄວ້າໄດ້ເຖິງ 2 ລາງວັນຄື
-ລາງວັນນັກເຕະດີເດັ່ນ: ກີ້ດາວອນ ຄວ້າລາງວັນນີ້ 2 ລາຍການຊ້ອນ ຕໍ່ຈາກ ເປບຊີ ລາວລີກ 1 ປີ 2022
-ລາງວັນດາວຍິງສູງສຸດ: ກີ້ດາວອນ
ນອກນັ້ນ, ແຊ້ມຄັ້ງນີ້ຍັງເປັນແຊ້ມລາຍການທີ 2 ຂອງ ກີ້ດາວອນ ກັບ ຊ້າງນ້ອຍ ອີກດ້ວຍ ຕໍ່ຈາກແຊັມ ເປບຊີ ລາວລີກ 1 ລະດູການ 2022