• Sat. Jun 3rd, 2023

Lao Sport Update

ຮອບດ້ານວົງການກິລາ

ພົນເອກ ຟານ ວັນຢາງ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ຢ້ຽມຢາມ ສປປລາວ  ຮັດແໜ້ນການຮ່ວມມື2ກອງທັບ

ByAdmin N

Sep 15, 2022

ຂປລ. ໃນວັນທີ 13 ກັນຍາ 2022 ນີ້, ຢູ່ກະຊວງປ້ອງກັນປະເທດ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມ ຄະນະ ໄດ້ຕ້ອນຮັບ ສະຫາຍ ພົນເອກ ຟານ ວັນຢາງ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງວັນທີ 13-17 ກັນຍາ 2022 ນີ້.


ໂອກາດນີ້, ສອງຝ່າຍໄດ້ພົບປະແລກປ່ຽນບົດຮຽນ ແລະ ຕີລາຄາຄືນ ສະພາບວຽກງານດ້ານຕ່າງໆ ທີ່ໄດ້ຮ່ວມມືກັນຈັດຕັ້ງປະຕິບັດ ໃນໄລຍະຜ່ານມາ ບົນພື້ນຖານທີ່ມີ ມູນເຊື້ອສາຍພົວພັນອັນດີ ແລະ ຄວາມສາມັກຄີແບບພິເສດ ລະຫວ່າງ ສອງຊາດ, ສອງພັກ ກໍຄື ສອງກອງທັບ ລາວ-ຫວຽດນາມ, ໃນໄລຍະຜ່ານມາການປະຕິບັດອະນຸສັນຍາຮ່ວມມືລະຫວ່າງ ສອງກະຊວງ ປ້ອງກັນປະເທດລາວ-ຫວຽດນາມ ພວກເຮົາແມ່ນໄດ້ບັນລຸໝາກຜົນຫລາຍດ້ານຢ່າງໜ້າພາກພູມໃຈ, ກົນໄກການຈັດຕັ້ງ ປະຕິບັດອານຸສັນຍາໄດ້ມີຄວາມກົມກຽວກັນ, ມີການປະສານສົມທົບນຳກັນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນດີ, ບົນຈິດໃຈ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງຊາດ, ສອງກອງທັບລາວ-ຫວຽດນາມ ອ້າຍນ້ອງຢ່າງແທ້ຈິງ. ພ້ອມ ກັນນີ້, ສອງຝ່າຍກໍໄດ້ເຫັນດີເປັນເອກະພາບບົນພື້ນຖານ ແມ່ນປະຕິບັດຕາມການຕົກລົງຂອງກົມການເມືອງສູນກາງພັກທັງສອງຝ່າຍ ແລະ ອະນຸສັນຍາວ່າດ້ວຍການຮ່ວມືຊ່ວຍເຫລືອເຊິ່ງ ແລະ ກັນລະຫວ່າງ 2 ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ແຕ່ 2020-2024 ແລະ ແຜນການຮ່ວມມືໃນປີ 2022; ຮັກສາການພົບປະສ້າງສັນຊາຍແດນຂັ້ນລັດຖະມົນຕີ ທ້າຍປີ 2022 ນີ້ ເຊິ່ງລາວຈະເປັນເຈົ້າພາບຈັດ, ການຮ່ວມມືທາງດ້ານວຽກງານພັກ-ວຽກງານການເມືອງ, ການກໍ່ສ້າງກໍາລັງ, ວຽກງານແລກປ່ຽນ ຄະນະຜູ້ແທນ, ແລກປ່ຽນຂໍ້ມູນຂ່າວສານ ແລະ ສືບຕໍ່ຈັດຕັ້ງປະຕິບັດວຽກງານກໍ່ສ້າງບ້ານ ແລະ ກຸ່ມບ້ານພັດທະນາຕາມບໍລິເວນຊາຍແດນໂດຍສະເພາະ 2 ກຸ່ມບ້ານ ຢູ່ ແຂວງຜົ້ງສາລີ ແລະ ແຂວງຫົວພັນ ເຊິ່ງສອງຝ່າຍ ໄດ້ເປິດໂຄງການຢ່າງເປັນທາງການ.


ພ້ອມທັງສືບຕໍ່ວຽກງານຂຸດຄົ້ນ ອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍ ສະລະຊີວິດຢູ່ລາວໃນສະໄໝສົງຄາມກັບຄືນປະເທດ; ສືບຕໍ່ຊຸກຍູ້ວຽກງານເຕັກນິກ ແລະ ອຸດສາຫະກໍາປ້ອງກັນຊາດສອງຝ່າຍ ເປັນຕົ້ນ ການຊ່ວຍເຫລືອລ້າ ການຈັດຫາທາງດ້ານສາວຸດຍຸດໂທປະກອນ ການແບກຫາບທີ່ຝ່າຍຫວຽດນາມ ສາມາດຜະລິດ ແລະ ຈໍາໜ່າຍໃຫ້ຝ່າຍລາວໄດ້; ສືບຕໍ່ຊຸກຍູ້ວຽກງານຮ່ວມມື ແລະ ອໍານວຍຄວາມສະດວກໃນການຂົນສົ່ງອຸປະກອນເຕັກນິກການທະຫານ ຜ່ານດິນແດນຂອງຫວຽດນາມ ມາຍັງ ສປປ ລາວ; ເອົາໃຈໃສ່ຍົກສູງຄຸນນະພາບຂອງວຽກງານກໍ່ສ້າງພະນັກງານທະຫານໜຸ່ມລາວ ຢູ່ ສສ ຫວຽດນາມ ໃຫ້ໄດ້ທັງດ້ານປະລິມານ ແລະ ຄຸນນະພາບ, ພິເສດແມ່ນສະເໜີເພີ່ມຈໍານວນນັກຮຽນຮຸ່ນສືບທອດ ເຈີນກວັກຕ່ວນ ໃນປີສາມະຄີມິດຕະພາບ ລາວ-ຫວຽດນາມ 2022 ນີ້, ສະເໜີໃຫ້ສອງກະຊວງປ້ອງກັນປະເທດເຮົາສືບຕໍ່ສ້າງບັນດາກິດຈະກໍາພົບປະສ້າງສັນ ເຊັ່ນ: ແລກປ່ຽນທາງດ້ານສິລະປະການສະແດງ, ວັດທະນະທຳ ແລະ ແລກປ່ຽນນາຍທະຫານໜຸ່ມເຊິ່ງກັນ ແລະ ກັນ;ສືບຕໍ່ຍ້ອງຍໍກົມກອງລວມໝູ່ ແລະ ບຸກຄົນ ໃນປີສາມະຄີມິດຕະພາບ ລາວ-ຫວຽດນາມ 2022 ຂອງທັງສອງກອງທັບ ໃຫ້ມີບັນຍາກາດເບີກບານມ່ວນຊື່ນ ລວມໄປເຖິງບັນຫາອື່ນໆທີ່ທັງສອງຝ່າຍໄດ້ຕົກລົງ ແລະ ເຫັນດີຮ່ວມກັນ.


ໂອກາດນີ້, ສະຫາຍ ພົນເອກ ຟານ ວັນຢາງ ກໍໄດ້ຕີລາຄາສູງຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ລາຍງານກ່ຽວກັບການເດີທາງມາຢ້ຽມຢາມໃນຄັ້ງນີ້, ກໍເພື່ອເປັນການເພີ່ມພູນຄູນສ້າງຄວາມສາມັກຄີແບບພິເສດ, ຄວາມປອງດອງອັນແໜ້ນແຟ້ນ, ສະໜິດສະໜົມ ລະຫວ່າງປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທັງເປັນການປະກອບສ່ວນເຂົ້າໃນການຮັດແໜ້ນ ການພົວພັນຮ່ວມມືໃນທຸກຂົງເຂດວຽກງານໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນຕະຫລອດໄປ, ພ້ອມທັງເປັນການເສີມຂະຫຍາຍສາຍພົວພັນ ມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ສອງກອງທັບປະຊາຊົນ ລາວ-ຫວຽດນາມ ໃຫ້ໄດ້ຮັບການເສີມຂະຫຍາຍ ແລະ ແຕກດອກອອກ ຜົນກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ຂ່າວ: ອາວຸ້ນ

Leave a Reply

Your email address will not be published. Required fields are marked *