• Sat. Dec 9th, 2023

Lao Sport Update

ຮອບດ້ານວົງການກິລາ

ທັບນັກກິລາກະຕໍ້ທີມຊາດລາວ ອອກເດີນທາງຮ່ວມຊີງແຊ໋ມ 2 ລາຍການໃຫຍ່ ທີ່ ສປ ຈີນ

ໃນຕອນເຊົ້າວັນທີ 17 ພະຈິກ 2023 ທີ່ສະໜາມບິນສາກົນວັດໄຕ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ, ທັບນັກກິລາກະຕໍ້ທີມຊາດລາວ ອອກເດີນທາງເຂົ້າຮ່ວມການແຂ່ງຂັນກິລາກະຕໍ້ຊີງແຊ໋ມນາໆຊາດ 2 ລາຍການໃຫຍ່ ທີ່ ສປ ຈີນ ຮັບກຽດເປັນເຈົ້າພາບ ຄື: ການແຂ່ງຂັນກິລາກະຕໍ້ນານາຊາດ ຊີງແຊ໋ມອາຊຽນ 2023 ຫຼື “ASEAN Cup International Sepaktakraw Invitational Tournament 2023” ລະຫວ່າງວັນທີ 17-27 ພະຈິກ 2023 ແລະ ການແຂ່ງຂັນກິລາກະຕໍ້ ເຊື່ອມສາຍສຳພັນທະໄມຕີ ປະເທດລຸ່ມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ 2023 ຫຼື “China Sepak Takraw open of Lancang-Mekong Cooperation 2023” ລະຫວ່າງວັນທີ 23-27 ພະຈິກ 2023 ໂດຍການນໍາພາຂອງທ່ານ ນາງ ເກດສຸດາ ເລັ່ງສະຫວັດ ຮອງຜູ້ອຳນວຍການສະຖາບັນກິລາ-ກາຍະກຳ ຫຼື ສບກ ທັງເປັນຫົວໜ້າຄະນະ ແລະ ທ່ານ ນາງ ຄໍາຫຼ້າ ເພັງສີດາລາ ຜູ້ອຳນວຍການໂຮງຮຽນພອນສະຫວັນກິລາ ເປັນຜູ້ຈັດການທີມ. (ລາຍລະອຽດເບິ່ງຄລິບ)

ສຳລັບທັບນັກກິລາກະຕໍ້ທີມຊາດລາວ ເຂົ້າຮ່ວມແຂ່ງຂັນສອງງານດັ່ງກ່າວ ປະກອບມີ ຄະນະນໍາ, ຄູຝຶກ ແລະ ນັກກິລາ ຈໍານວນທັງໝົດ 16 ຄົນ ໂດຍການນໍາພາຂອງທ່ານ ນາງ ເກດສຸດາ ເລັ່ງສະຫວັດ ຮອງຜູ້ອຳນວຍການສະຖາບັນກິລາ-ກາຍະກຳ ຫຼື ສບກ ທັງເປັນຫົວໜ້າຄະນະ, ມີທ່ານ ນາງ ຄໍາຫຼ້າ ເພັງສີດາລາ ຜູ້ອຳນວຍການໂຮງຮຽນພອນສະຫວັນກິລາ ເປັນຜູ້ຈັດການທີມ ສ່ວນຄູຝຶກກໍມີ ທ່ານ ນາງ ໂນລີ ຊາມູນຕີ ແລະ ທ່ານ ສູນທອນ ຄໍາສານ. ຂະນະທີ່ນັກກິລາກໍປະກອບມີ ທ້າວ ອາດົງ ຜູ້ມີສິນ, ທ້າວ ໂຍທິນ ສົມບັດພູທອນ, ທ້າວ ສຸກກະເສີມ ຈັນທະຮຽງ, ທ້າວ ບຸນຍົງ ເພັດສາຄອນ, ທ້າວ ພອນສະຫວັນ ພິມມະຈັກ, ທ້າວ ອານຸຊາ ໄຊກົງສາ, ນາງ ນໍ້າຝົນ ມໍລະດົກ, ນາງ ນິຊາພັດ ມາພາ, ນາງ ອັກສອນສະຫວັນ ພິລາວົງ, ນາງ ດຳດວນ ລັດຕະນະວົງສາ, ນາງ ວັນສອນ ບົວວ່າງ ແລະ ນາງ ເມ ເພຍເທບ. ໃນການເຂົ້າຮ່ວມສອງງານຄັ້ງນີ້ ແມ່ນໄດ້ຮັບການສະໜັບສະໜູນໂດຍ ບໍລິສັດ ຊີໂນ-ອາກຣີ ໂປຕາດ ຈໍາກັດ, ບໍລິສັດ ຈະເລີນເຊກອງ ພະລັງງານ ຈໍາກັດ, ບໍລິສັດ ເມືອງລາວພັດທະນາ ຈໍາກັດຜູ້ດຽວ ແລະ ບໍລິສັດ ຄູນທະວົງ ກໍ່ສ້າງຄົບວົງຈອນ ລວມມູນຄ່າ 46.720.000 ກີບ.

Leave a Reply

Your email address will not be published. Required fields are marked *