2 ອ້າຍນ້ອງນັກເຕະເຍົາວະຊົນລາວກໍຄື ທ້າວ ເອກະລາດ ວິໄລກຸນ ( ໄທເກີ ) ຈາກສະໂມສອນ W.I.G NAGA ຮຸ່ນອາຍຸບໍ່ເກີນ 10 ປີ ແລະ ທ້າວ ອານຸສັກ ວິໄລກຸນ ຈາກສະໂມສອນ W.I.G NAGA ຮຸ່ນອາຍຸບໍ່ເກີນ 10 ປີ ເຈົ້າຂອງລາງວັນດາວຍິງສູງສຸດ ແລະ ລາງວັນ MVP ປະຈໍາລາຍການໃຫຍ່ ແຊ້ມຊົນແຊ້ມ ປະຈໍາປີ 2022 ທີ່ຊຽງຣາຍ ປະເທດໄທ
ຜົນງານຫຼ້າສຸດຂອງທັງ 2 ໂດດເດັ່ນ ໂດຍໃນທ້າຍເດືອນຕຸລາ 2023 ທັງ 2 ໄດ້ຖືກດືງຕົວໄປເຕະຊ່ວຍສະໂມສອນຈາກໄທ ເລີ່ມຈາກ ໄທເກີ ໄປຫຼິ້ນໃຫ້ກັບ PFA U12 ທີມໂຄຊສະເປນ ເປັນຜູ້ຄຸມທີມ ສ້າງຜົນງານຢ່າງໂດດເດັ່ນຍິງໄປທັງໝົດ 10 ປະຕູຄວ້າລາງວັນດາວຍິງສູງສຸດ ແລະ ພາທີມຄວ້າອັນດັບ 3 ໃນລາຍການ ASIANA CUP 2023 ທີ່ປະເທດອິນໂດເນເຊຍ ໂດຍລາຍການນີ້ມີ: (ລາຍລະອຽດເບິ່ງຄລິບ)
ສ່ວນ ອານຸສັກ ວິໄລກຸນ ຫຼື ບຽວເກດ ໄປຫລິ້ນໃຫ້ SB southern Boys ໃນຮຸ່ນອາຍຸບໍ່ເກີນ 8 ປີ ສະໂມບານເຕະເຍົາວະຊົນຈາກໄທ ສ້າງຜົນງານຢ່າງໂດດເດັ່ນພາທີມເອົາຊະນະ Futboy ໃນນັດຊີງຊະນະເລີດ ຄວັາແຊ້ມລາຍການ ສະຫຍາມກີລາ ຄັບ 2023 ( SIAMKEELA CUP 2023 ) ທີ່ປະເທດໄທ ເມື່ອວັນທີ 29 ຕຸລາ 2023 ໂດຍຜົນງານຂອງ ບຽວເກດ ໂດດເດັ່ນຍິງໄປຫຼາຍທີ່ສຸດເຖິງ 21 ປະຕູຄື: (ລາຍລະອຽດເບິ່ງຄລິບ)