• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ໂຣມັນ ຕິດພາລະກິດບໍ່ໄດ້ມາຊ່ວຍ ທີມຊາດລາວ ຊຸດໃຫຍ່ ຫຼັງປະກາດ 23 ລາຍຊື່…

ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ປະກາດ 23 ລາຍຊື່ນັກເຕະທີມຊາດລາວ ຊຸດໃຫຍ່ ກ່ອນອອກເດີນທາງໃນວັນທີ 9 ຕຸລາ 2023 ເຂົ້າຮ່ວມແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ ( FIFA World Cup 2026 Preliminary Joint Qualification R1 ) ນັດທໍາອິດທີ່ປະເທດເນປານ ໃນວັນທີ 12 ຕຸລາ 2023.(ລາຍລະອຽດເບິ່ງຄລິບ)

ເຊິ່ງນັກເຕະທີ່ໜ້າສົນໃຈທີ່ຖືກຕັດຊື່ອອກກໍມີ…ສຳລັບລາຍຊື່ 23 ຄົນໄດ້ເດີນທາງໄປປະເທດ ເນປານ ໃນມື້ນີ້ວັນທີ 9 ຕຸລາ 2023 ມີລາຍຊື່ດັ່ງລຸ່ມນີ້: (ລາຍລະອຽດເບິ່ງຄລິບ)

ສໍາລັບ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ມີທັງໝົດ 20 ທີມ ຈັບຄູ່ພົບກັນ 10 ຄູ່ ແຂ່ງຂັນແບບ 2 ນັດ ໄປ-ກັບ ທີມທີ່ຊະນະ ຜ່ານເຂົ້າສູ່ຮອບຄັດເລືອກ ຮອບທີ 2 ຕໍ່ໄປ ທີມຊາດລາວ ຖືກຈັບຄູ່ໃຫ້ພົບກັບ ທີມຊາດເນປານ 2 ນັດໃນບ້ານນອກບ້ານ ໂດຍ ນັດທີ 1 ຈະແຂ່ງຂັນໃນວັນທີ 12 ຕຸລາ 2023 ເວລາ 18:45 ( ເວລາຢູ່ລາວ ) ຢູ່ທີ່ສະຫນາມ Dashrath Stadium, Kathmandu ປະເທດເນປານ ແລະ ວັນທີ 17 ຕຸລາ 2023 ເວລາ 19:00 ແມ່ນແຂ່ງຂັນຢູ່ສະໜາມກີລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ.

Leave a Reply

Your email address will not be published. Required fields are marked *