ຕອນບ່າຍຂອງວັນທີ 06 ຕຸລາ 2023 ໄມເຄີນ ວ່າງ (Michael Vang) ນັກກິລາ ທີມຊາດລາວ ຊຸດໃຫຍ່ ໄດ້ເດີນທາງເຖິງ ສປປລາວ ເປັນທີ່ຮຽບຮ້ອຍແລ້ວ ເພື່ອຮ່ວມຝຶກຊ້ອມ ແລະ ເຂົ້າຮ່ວມ ການແຂ່ງຂັນ ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ເຊິ່ງໃນມື້ນີ້ຕອນແລງແມ່ນຈະລົງຝຶກຊ້ອມກັບ ເພື່ອນຮ່ວມ ທີມຊາດລາວ ຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ 16.(ລາຍລະອຽດເບິ່ງຄລິບ)
ບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) ມີທັງໝົດ 20 ທີມ ຈັບຄູ່ພົບກັນ 10 ຄູ່ ແຂ່ງຂັນແບບ 2 ນັດ ໄປ-ກັບ ທີມທີ່ຊະນະ ຜ່ານເຂົ້າສູ່ຮອບຄັດເລືອກ ຮອບທີ 2 ຕໍ່ໄປ. (ລາຍລະອຽດເບິ່ງຄລິບ)