• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

RIP! ຈ່ອຍ ເຊຍລາວ ຜົນງານ ແລະ ຄຸນງາມຄວາມດີຈະຢູ່ກັບພວກເຮົາຕະຫຼອດໄປ

ByAdmin KL

Oct 4, 2023 #ກິລາ

ຖືວ່າເປັນການສູນເສຍບຸກຄົນສໍາຄັນທີ່ຊ່ວຍພັດທະນາວົງການກີລາລາວ ມາຢ່າງຍາວນານຢ່າງ ທ່ານ ພຸດດາມອນ ຈັນທະລາສີ ຫຼືຮູ້ຈັກກັນໃນນາມ ໜຸ່ມ ຈ່ອຍ ເຊຍລາວ ພິທິກອນ, ນັກພາກ, ນັກຂ່າວກິລາລາວ ທີ່ມີຊື່ສຽງ ຜູ້ທີ່ເຮັດໃຫ້ຫຼາຍງານ, ການແຂ່ງຂັນ ແລະ ການພັດທະນາ ລວມທັງໃຫ້ໂອກາດນ້ອງໆບໍ່ວ່າຈະເປັນຄົນນອກວົງການ ແລະ ໃນວົງການກີລາ ໄດ້ມີໂອກາດ ແລະ ພັດທະນາຕົວເອງ.

ແຕ່ມາຮອດມື້ນີ້ ອ້າຍຈ່ອຍເຊຍລາວ ເພິ່ນໄດ້ຈາກພວກເຮົາໄປແບບບໍ່ມີມື້ກັບ ຫຼັງຈາກທີ່ ຈ່ອຍ ເຊຍລາວ ເຖິງແກ່ມໍລະນະກຳ ໃນວັນທີ 30 ກັນຍາ ທີ່ຜ່ານມາ, ເປັນການເສຍຊີວິດກະທັນຫັນ ພາຍໃນທີ່ພັກໃນຂະນະທີ່ໄປປະຕິບັດໜ້າທີ່ວຽກງານສື່ມວນຊົນ ຫຼື ເກາະຕິດຂ່າວທັບນັກກິລາລາວ ຊຶ່ງເປັນນັກຂ່າວໜຶ່ງດຽວຈາກສປປ ລາວ ໃນງານມະຫະກຳກິລາເອຊຽນເກມ ຄັ້ງທີ 19 ທີ່ ເມືອງຫາງໂຈ ສປ ຈີນ ເປັນເຈົ້າພາບ.

ພິທີຊາປະນາກິດສົບທ່ານ ພຸດດາມອນ ຈັນທະລາສີ ຫຼື ໜຸ່ມ ຈ່ອຍ ເຊຍລາວ ພິທິກອນ, ນັກພາກ, ນັກຂ່າວກິລາລາວ ທີ່ມີຊື່ສຽງ ໄດ້ສໍາເລັດລົງຢ່າງສົມກຽດ ໃນຕອນບ່າຍມື້ນີ້ 3 ຕຸລາ 2023 ທີ່ເມືອງຫາງໂຈ ແຂວງ ເຈີ່ຈຽງ ສປ ຈີນ ພິທີດັ່ງກ່າວໂດຍມີທ່ານ ເວີຍຈິີຈົງ ຜູ້ອໍານວຍການໃຫ່ຍໂອແລມປິກອາຊີ (OCA), ຕາງໜ້າຄະນະຮັບຜິດຊອບຈັດງານມະຫາກໍາກິລາເອຊຽນເກມ, ຫົວໜ້າກົງສູນໃຫຍ່ລາວປະຈໍາຢູ່ຊຽງໄຮ ແລະ ທ່ານ ແສງພອນ ພົນອາມາດ ຫົວໜ້າກົມກິລາລະດັບສູງ, ຮອງປະທານ-ເລຂາທິການຄະນະກໍາມະການໂອແລມປິກແຫ່ງຊາດ ພ້ອມດ້ວຍຄະນະ ຕະຫຼອດຮອດຕາງໜ້າຄະນະນຳຈາກບັນດາຊາດໃນອາຊີ ໂດຍສະເພາະຂອງ ອາຊຽນ ເຂົ້າຮ່ວມປະກອບມີ ຫວຽດນາມ, ໄທ, ກໍາປູເຈຍ, ຄະນະກິລາລາວ ແລະ ອະດິດຄອບຄົວ ໜຸ່ມ ຈ່ອຍ ເຂົ້າຮ່ວມ,

ສ່ວນ ອັດຖິ ຂອງໜຸ່ມ ຈ່ອຍ ເຊຍລາວ ຈະໄດ້ເດີນທາງກັບມາເຖິງແຜ່ນດິນເກີດ ໃນວັນທີ 4 ຕຸລາ 2023 ໃນເວລາ 18-19 ໂມງ ຕາມເວລາທ້ອງຖິ່ນປະເທດລາວ
ສະແດງຄວາມເສຍໃຈນໍາ “ຄອບຄົວຂອງທ້າວຈ່ອຍ ແລະ ຂໍໃຫ້ດວງວິນຍານຂອງທ້າວ ຈ່ອຍ ຈົ່ງໄປສູ່ສຸຂະຕິດ້ວຍເທີ້ນ.

Leave a Reply

Your email address will not be published. Required fields are marked *