ທ່ານ ກັນລະຍາ ສີສົມຫວັງ ກຽມຮັບບົດບາດເປັນຫົວໜ້າຄູຝຶືກທີມຊາດລາວ ຊດໃຫຍ່ ຄັ້ງທໍາອິດ ແລະ ເປັນຊາວລາວ ຄົນທໍາອິດຮອບ 7 ປີ ທີ່ໄດ້ຄຸມທີມຊາດລາວ ຊຸດໃຫຍ່ ຕໍ່ຈາກອາຈານ ເວີນສະຫວັນ ສີວິໄຊ ໂດຍແລງມື້ນີ້ມີນັດພາທີມຊາດລາວ ຊຸດໃຫຍ່ ລົງແຂ່ງຂັນ FRIENDLY EXHIBITION MATCH ພົບ ທີມຊາດໄທ U-20 ວັນທີ 30/09/2023 ເວລາ 17:30 ທີ່ສະຫນາມກິລາຊ້າງອາຣີນາ ບູຣີຣຳ ປະເທດໄທ (ລາຍລະອຽດເບິ່ງຄລິບ)
ກ່ອນໜ້ານີ້ ທີມຊາດລາວ ຊຸດໃຫຍ່ ໄດ້ແຍກທາງກັບ ອາເຣນ່າ ກູເລຍໂມ່ ໄດ້ຮັບການຄຸມທີມຊາດລາວຮຸ່ນອາຍຸບໍ່ເກີນ 23 ປີ ຫຼື U23 ນັບຕັ້ງແຕ່ຕົ້ນເດືອນມິຖຸນາ (ລາຍລະອຽດເບິ່ງຄລິບ)
ເບິ່ງທີ່ມາທີ່ໄປຂອງທ່ານ ກັນລະຍາ ຈາກນັກເຕະຮີໂຣຂອງທີມຊາດລາວ ກ້າວສູ່ຄູຝຶກທີມຊາດລາວ ຊຸດໃຫຍ່ (ລາຍລະອຽດເບິ່ງຄລິບ)