• Fri. Dec 8th, 2023

Lao Sport Update

ຮອບດ້ານວົງການກິລາ

ໄປເບິ່ງເຮືອຊ່ວງທີ່ເກົ່າແກ່ ບໍລິສັດວິໄລກຸນ (ລຳຂຽວ) ກັບທີມບານເຕະ W.I.G ຈາກຜູ້ມີໃຈຮັກມັກກິລາ

ByAdmin KL

Sep 27, 2023 #ກິລາ

ເຊື່ອວ່າຫຼາຍຄົນຄືຄຸ້ນໆກັບ ບໍລິສັດ ວິໄລກຸນ ເຊິ່ງມາຮອດປັດຈຸບັນ ປະທານບໍລິສັດດັ່ງກ່າວເປັນຄົນທີ່ຮັກມັກກີລາ ໄດ້ສ້າງສະໂມສອນບານເຕະເຍົາວະຊົນ ກໍຄື WIG NAGA (ດັ່ງນັ້ນມື້ນີ້ແອັດມິນຈະນໍາເອົາຂໍ້ມູນ ແລະ ຜົນງານທັງການສ້າງ ເຮືອ ແລະ ທີມບານເຕະມາບອກເລົ່າ (ລາຍລະອຽດເບິ່ງຄລິບ)

ບໍລິສັດວິໄລກຸນ ໄດ້ຊື້ເຮືອລຳນີ້ມາຈາກຊາວບ້ານປາກບາກ ເມືອງງອຍ ແຂວງຫລວງພຣະບາງ ເມື່ອປີ 2004 ດ້ວຍມູນຄ່າ 4 ລ້ານກີບ ເຊິ່ງເຮືອລຳນີ້ແມ່ນເປັນເຮືອທີ່ຊາວບ້ານປາກບາກສ້າງຂຶ້ນມາແຕ່ປີ 1994 ແລະນຳໄປຊ່ວງທຸກໆມາແລ້ວ 10 ປີ ຈຶ່ງໄດ້ຂາຍໃຫ້ບໍລິສັດວິໄລກຸນ ເຊິ່ງນຳມາປົວແປງສ້າງໃຫມ່ ໂດຍນາຍຊ່າງ ແມ່ນຄູສົມບູນ ບ້ານຊຽງແມນ ເປັນຫົວຫນ້າທີມໃນການແປງໃນຄັ້ງນັ້ນ ມາຮອດປີ 2005 ກໍ່ໄດ້ນຳເຂົ້າຊ່ວງທີ່ນ້ຳຄານ ໃນບຸນເດືອນເກົ້າ ບຸນຫໍ່ເຂົ້າປະດັບດິນເລື້ອຍມາຈົນຮອດປີ 2010 ( ຮູບພາບແມ່ນຖ່າຍເມື່ອປີ 2007 ແລະ ປີ 2014 ໂດຍ : Houmphet MANISOUK ຂໍຂອບໃຈຂໍ້ມູນຈາກ : ທ່ານວັນທອນ ເພັດມຸຸຸຸຸຸຸຸງຄຸລ )

ມາຮອດປີ 2022 ປະທານບໍລິສັດ ວິໄລກັນ ກໍຄື ທ່ານ ວຽງໄຊ ວິໄລກຸນ ໄດ້ຫັນມາສູ່ວົງການກີລາລາວ ດ້ວຍການສ້າງທີມບານເຕະເຍົາວະຊົນລາວຊື່ WIG NAGA ເພື່ອໃຫ້ໂອກາດເດັກນ້ອຍລາວ ໄດ້ມີເວລາ ແລະ ໄດ້ໄປແຂ່ງຂັນລາຍການທີ່ຕ່າງປະເທດ (ລາຍລະອຽດເບິ່ງຄລິບ)

Leave a Reply

Your email address will not be published. Required fields are marked *