ທີມຊາດລາວ ຊຸດໃຫຍ່ ຄັດໄດ້ແລ້ວ 31 ນັກເຕະໃນນັ້ນມີ ໄມເຄິລ ວາງ – ໂຣມັນ 2 ນັກເຕະເຊື້ອສາຍລາວ-ຕ່າງປະເທດ ມາເກັບຕົວຝຶກຊ້ອມ ເພື່ອກະກຽມເຂົ້າຮວ່ມແຂ່ງຂັນບານໂລກ 2026 ຮອບຄັດເລືອກ ຮອບທີ 1 ໂຊນອາຊີ (FIFA World Cup 2026 Preliminary Joint Qualification R1) (ລາຍລະອຽດເບິ່ງຄລິບ )
ຕາມການລາຍງານຂອງເພຈ໌ທາງການຂອງ ສະຫະພັນບານເຕະແຫ່ງຊາດລາວ ( ສຕລ ) ລະບຸວ່າ: ທ່ານ ກັນລະຍາ ສີສົມຫວັງ ຮັກສາການຫົວຫນ້າຄູຝຶກ ໄດ້ນຳພານັກກີລາຝຶກຊ້ອມ ພ້ອມດ້ວຍ ທ່ານ ວຽງສະຫວັນ ໄຊຍະບູນພ້ອມ ແລະ ທ່ານ ພຸດປະສົງ ແສງດາລາວົງ ເປັນຜູ້ຊ່ວຍຄູຝຶກ ຂະນະ ທີ່ຄູຝຶກ ຜູ້ຮັກສາປະຕູ ແມ່ນ ທ່ານ ຈັນທະຄາດ ສ່ຽນຜ່ອງໃສ ໃນເບື້ອງຕົ້ນໄດ້ຄັດເລືອກນັກກີລາ 33 ຄົນ ປັດຈຸບັນ ສາມາດຄັດເລືອກນັກກິລາ ໄດ້ 31 ຄົນ ແລະ ຈະຄັດອອກໃຫ້ເຫຼືອ 23 ຄົນສຸດທ້າຍກ່ອນເຂົ້າຮ່ວມການແຂ່ງຂັນ ສຳລັບລາຍຊື່ 31 ຄົນ ມີລາຍຊື່ດັ່ງລຸ່ມນີ໊: ລາຍລະອຽດເບິ່ງຄລິບ )