• Sat. Dec 9th, 2023

Lao Sport Update

ຮອບດ້ານວົງການກິລາ

ໄປເບິ່ງ 2 ນັກກິລາປິ່ງປ່ອງເຍົາວະຊົນລາວ ຄວ້າຮອງແຊ້ມລາຍການຊີງແຊັມເຍົາວະຊົນໂລກ (ຄລິບ)

ByAdmin KL

Sep 25, 2023 #ກີລາ

2 ນັກກີລາປິ່ງປ່ອງທີມຊາດເຍົາວະຊົນລາວ ສ້າງຜົນງານໂດດເດັ່ນສາມາດທະລຸເຂົ້າຮອບຊີງຊະນະເລີດ ກ່ອນຍາດໄດ້ອັນດັບທີ 2 ທັງສອງ ໃນການແຂ່ງຂັນກີລາປິ່ງປ່ອງເຍົາວະຊົນ-ຊາວໜຸ່ມ ຊີງແຊັມໂລກ ປະຈໍາປີ 2023 (WTT Youth Contender) ເຊິ່ງເປັນລາຍການເກັບຄະແນນສະສົມຊີງອັນດັບວາງຂອງໂລກ ລະຫວ່າງວັນທີ 20-23 ກັນຍາ 2023 ທີ່ໄອເຕັກມໍ ຊັ້ນ 7 ນະຄອນຫຼວງວຽງຈັນ ສປປ ລາວ ( ລາຍລະອຽດເບິ່ງຄລິບ)

ໂດຍ 2 ຄັນທີ່ວ່າເປັນ ນາງ ຈຸດຕິພອນ ສີສົມບູນ ລົງແຂ່ງຍິງດ່ຽວ 11 ປີ ແລະ ທ້າວ Li En Sai ລົງແຂ່ງຊາຍດ່ຽວຮຸ່ນ 11 ປີ ສາມາດຜ່ານເຂົ້າຮອບຊີງຊະນະເລີດ ແຕ່ໜ້າເສຍດາຍເສຍທັງຄູ່ກ່ອນຄວ້າອັນດັບ 2 ຫຼື ຮອງແຊ້ມໄປຄອງ ( ລາຍລະອຽດເບິ່ງຄລິບ)

ຂອບໃຈຮູບຈາກ: Lao Table Tennis Federation

Leave a Reply

Your email address will not be published. Required fields are marked *