• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ຮ່ວມເຊຍ ທີມຊາດຍິງລາວ ພົບ ເລບານອນ ລົງແຂ່ງນັດທໍາອິດລາຍການທີ່ຊາອຸດິດ ອາຣັບບີ

ທີມຊາດຍິງລາວ ຊຸດໃຫຍ່ ກຽມລົງແຂ່ງຂັນນັດທໍາອິດ ພົບກັບ ທີມຊາດລີບັງ ໃນລາຍການ Women’s International Friendly Tournament 2023 ທີ່ປະເທດຊາອຸດິດ ອາຣັບບີ (ລາຍລະອຽດເບິ່ງຄລິບ)

ທີລາຍການແຂ່ງຂັນດັ່ງກ່າວເຊິ່ງມີ 6 ປະເທດເຂົ້າຮ່ວມປະກອບມີ ອາຣັບບີ ຊາອຸດິ (ເຈົ້າພາບ), ລີບັງ, ປາກິດສະຖານ, ບູຖານ, ມາເລເຊຍ ແລະ ສປປ ລາວ, ເຊິ່ງການແຂ່ງຂັນຈະແບ່ງອອກເປັນ 2 ແລະ ຮູບແບບການແຂ່ງຂັນຈະຄັດເອົາທີ 1 ແລະ ທີ 2 ຂອງແຕ່ລະກຸ່ມ ເຂົ້າຮອບຮອງຊະນະເລີດ ໂດຍຜົນການຈັບສະຫຼາກແບ່ງສາຍມີດັ່ງນີ້:
– ກຸ່ມ A: ອາຣັບບີ ຊາອຸດິ (ເຈົ້າພາບ), ມາເລເຊຍ ແລະ ປາກິສຖານ
– ກຸ່ມ B: ເລບານອນ, ບູຖານ ແລະ ສປປ ລາວ
ໂດຍທີມຊາດລາວ ຊຸດນີ້ມີ 24 ນັກເຕະຍິງລາວ ເດີນທາງໄປຮ່ວມແຂ່ງຂັນ (ລາຍລະອຽດເບິ່ງຄລິບ)

ສໍາລັບ ຕາຕະລາງແຂ່ງຂັນຂອງທີມຊາດລາວ ທຸກໆນັດແຂ່ງຂັນທີ່ສະໜາມ King Fahd Sport city Stadium ( Al Taif ) ມີດັ່ງນີ້:
– ວັນທີ 18 ກັນຍາ 2023 ເວລາ 21:30 ທີມຊາດລາວ ພົບ ທີມຊາດລີບັງ
– ວັນທີ 24 ກັນຍາ 2023 ເວລາ 21:30 ທີມຊາດລາວ ພົບ ທີມຊາດບູຖານ

Leave a Reply

Your email address will not be published. Required fields are marked *