• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ເຮືອຕ່າງແຂວງໝົດສິດ! ບຸນຊ່ວງເຮືອຍາວປະເພນີ ທີ່ນໍ້າຄານ ແຂວງຫຼວງພະບາງ ປີນີ້ເນັ້ນເຮືອພາຍໃນ

ອີງຕາມຂໍ້ມູນຈາກວິທະຍຸກະຈ່າຍສຽງແຂວງຫຼວງພະບາງ ເມືື່ອວັນທີ 22 ສິງຫາ ຜ່ານມາ ໃຫ້ຮູ້ວ່າ: ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ຖະແຫຼງຂ່າວ ເມື່ອວັນທີ 18 ສິງຫາ ຜ່ານມາ ກ່ຽວກັບການກຽມຄວາມພ້ອມຈັດງານບຸນຫໍ່ເຂົ້າປະດັບດິນ ແລະ ບຸນຊ່ວງເຮືອປະເພນີ ປະຈຳປີ 2023 ໃນລະຫວ່າງວັນທີ 5-14 ກັນຍາ ທີ່ຈະມາເຖິງນີ້ ໃຫ້ຮູ້ວ່າ: ເພື່ອປະຕິບັດຕາມຮີດຄອງປະເພນີອັນດີງາມຂອງຊາວຫຼວງພະບາງ ເມືອງມໍລະດົກໂລກ ທີ່ເຄີຍສືບທອດກັນມາແຕ່ເຫິງນານ ເປັນປາງບຸນໃຫຍ່ຂອງຊາວນະຄອນຫຼວງພະບາງ ຊຶ່ງປີນີ້ຈະໄດ້ຈັດເຕັມຮູບແບບ ໂດຍເນັ້ນເຖິງຄວາມເປັນວັດທະນະທຳ ແລະ ໄດ້ອອກແຈ້ງເຊີນໃຫ້ຄະນະຮັບຜິດຊອບເຮືອຊ່ວງປະເພນີຢູ່ພາຍໃນແຂວງຫຼວງພະບາງເຂົ້າຮ່ວມແຂ່ງຂັນ. (ລາຍລະອຽດເພີ່ມຕື່ມທີ່ຄລິບ)

ທ່ານ ວຽງທອງ ຫັດສະຈັນ ກ່າວໃຫ້ຮູ້ຕື່ມວ່າ: ສໍາລັບຄວາມໝາຍຄວາມສໍາຄັນຂອງບຸນຫໍ່ເຂົ້າປະດັບດິນ ແມ່ນຕິດພັນກັບຄວາມເຊື່ອຖືຂອງຊາວພຸດ ໃນການເຮັດສິນກິນທານໃຫ້ຜູ້ທີ່ລ່ວງລັບໄປແລ້ວ, ອີກຄວາມໝາຍໜຶ່ງ ໄລຍະນີ້ເປັນລະດູຝົນແມ່ນໍ້າຫຼາຍສາຍມີຄວາມອຸດົມສົມບູນ. ສະນັ້ນ, ພາຍຫຼັງສຳເລັດການປັກດຳນາປີໃນລະດູຝົນແລ້ວ ປະຊາຊົນບັນດາເຜົ່າໄດ້ນຳເອົາຜົນຜະລິດມາລົງລາດ ໃນງານໂລະລາດ ແລະ ໄດ້ເຕົ້າໂຮມນຳເອົາເຮືອຊ່ວງມາເຂົ້າຮ່ວມແຂ່ງຂັນດ້ານພະລະກຳລັງ ແລະ ຄວາມພ້ອມພຽງສາມັກຄີ, ພ້ອມທັງເປັນການບູຊາພະຍານາກ 15 ຕະກູນ ທີ່ປົກປັກຮັກສາບ້ານເມືອງໃຫ້ຢູ່ເຢັນເປັນສຸກ, ອັນເປັນປະເພນີທີ່ຊາວຫຼວງພະບາງສືບທອດກັນມາຈົນເຖິງປະຈຸບັນ.(ລາຍລະອຽດເພີ່ມຕື່ມທີ່ຄລິບ)

ນັດຊີງປີກາຍ ຄູ່ແຂ່ງບໍ່ຍອມແຂ່ງ ອາດເປັນເຫດຜົນໃຫ້ປີນີ້ເນັ້ນໃຊ້ເຮືອພາຍໃນທີ່ແຂວງຫຼວງພະບາງ ລາຍລະອຽດເບິ່ງຄລິບເພີ່ມຕື່ມ:

Leave a Reply

Your email address will not be published. Required fields are marked *