• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ຢູ 23 ລາວ ເອົາຊະນະ ຢູ 23 ບຣູໄນ ຈາກການຍິງຂອງ 2 ນັກເຕະດາວຮຸ່ງ (ຄລິບ)

ByAdmin KL

Aug 12, 2023

ທີມຊາດລາວ ໃນຮຸ່ນອາຍຸບໍ່ເກີນ 23 ໃນນັດອຸ່ນກັບ ຢູ 23 ບຣູໄນ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ ເວລາ 16:00 ໂມງຂອງວັນທີ 12 ສິງຫາ 2023.(ເບິ່ງຄລິບເພີ່ມຕື່ມ)

ຜ່ານການແຂ່ງຂັນປາກົດວ່າ ຢູ23 ລາວ ເຮັດໄດ້ດີເອົາຊະນະ ບຣູໄນ 2-0 ຈາກການຍິງສຸດສວຍຂອງ ດາໝົດ ແລະ ທິບພະຈັນ (ເບິ່ງຄລິບເພີ່ມຕື່ມ)

ການແຂ່ງຂັນນັດອຸ່ນເຄື່ອງນັດນີ້ກໍເພື່ອກຽມພ້ອມເຂົ້າຮ່ວມການແຂ່ງຂັນບານເຕະ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2023 (AFF U23 CHAMPIONSHIP 2023) ຢູ່ທີ່ແຂວງຣະຢອງ ປະເທດໄທ ເຊິ່ງມີ 10 ຊາດເຂົ້າຮ່ວມແບ່ງເປັນ 3 ກຸ່ມຄື:
– ກຸ່ມ A : ໄທ, ກຳປູເຈຍ, ບຣູໄນ ແລະ ມຽນມາ
– ກຸ່ມ B : ຕີມໍເລສເຕ, ມາເລເຊຍ ແລະ ອິນໂດເນເຊຍ
– ກຸ່ມ C : ຫວຽດນາມ, ຟີລິບປິນ ແລະ ລາວ
ສ່ວນ ຕາຕະລາງ ການແຂ່ງຂັນຂອງ ທີມຊາດລາວ (ເບິ່ງຄລິບເພີ່ມຕື່ມ)

Leave a Reply

Your email address will not be published. Required fields are marked *