• Tue. Nov 28th, 2023

Lao Sport Update

ຮອບດ້ານວົງການກິລາ

ບ່າວສາວຂ້າມເພດອົດໄປກ່ອນເດີ້ ບໍອະນຸຍາດໃຫ້ປະກວດ

ເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະຮີດຄອງປະເພນີອັນດີງາມຂອງລາວເຮົາ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ອອກແຈ້ງການສະບັບທີ 830/ຫກ ລົງວັນທີ 9 ກັນຍາ 2022 ໃນນັ້ນລະບຸ “ບໍ່ອະນຸຍາດໃຫ້ຈັດການປະກວດທີ່ບໍ່ແມ່ນການຄັດເລືອກເອົາຍິງແທ້ ແລະ ຊາຍແທ້”.

ເນື້ອໃນຂອງແຈ້ງການສະບັບໄດ້ຂຽນລະບຸລາຍລະອຽດໄວ້ດັ່ງນີ້:

“ຫ້ອງການ ສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ ຂໍແຈ້ງມາຍັງທ່ານທີ່ຈະຈັດເວທີການປະກວດນາງສາວ ແລະ ຊາຍງາມ, ໂຄງການປະກວດທີ່ໄດ້ຮັບລິຂະສິດຈາກຕ່າງປະເທດມາຄັດເລືອກເອົາຊາວຫນຸ່ມລາວທັງ ເພດຍິງ ແລະ ເພດ ຊາຍ ຈະປະກວດພາຍໃນປະເທດ, ຢູ່ໃນລະດັບພາກພື້ນ ແລະ ສາກົນ ແມ່ນໃຫ້ມາພົວພັນ ແລະ ຂໍອະນຸມັດຈາກສູນກາງ ຊາວຫນຸ່ມປະຊາຊົນປະຕິວັດລາວຕາມລະບຽບເພື່ອຄວາມສະດວກ ແລະ ຮັບປະກັນໃຫ້ແກ່ໂຄງການປະກວດບັນດານາງ ສາວ ແລະ ຊາຍງາມຕ່າງໆ ໃຫ້ຖືກຕ້ອງຕາມກົດຫມາຍ ແລະ ລະບຽບການ ທັງເປັນການປົກປ້ອງສິດຜົນປະໂຫຍດອັນ ຊອບທໍາຂອງບັນດາບໍລິສັດ, ບຸກຄົນ, ນິຕິບຸກຄົນ, ນາງສາວ ແລະ ຊາຍງາມຕ່າງໆ ລະອຽດດັ່ງນີ້:


1). ສໍາລັບໂຄງການປະກວດທີ່ບໍ່ແມ່ນການຄັດເລືອກເອົາຍິງແທ້ ແລະ ຊາຍແທ້ໂດຍກໍາເນີດ ແມ່ນທາງສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ ຈະບໍ່ອະນຸຍາດໃຫ້ຈັດງານດັ່ງກ່າວຂຶ້ນເດັດຂາດ;
2). ຫ້າມສວຍໂອກາດໃນການໄປທ່ອງທ່ຽວແລ້ວໄປເຂົ້າຮ່ວມປະກວດ, ແຂ່ງຂັນນາງສາວ, ຊາຍງາມ ຢູ່ຕ່າງປະເທດ.
3). ຖ້າຫາກພາກສ່ວນ, ບຸກຄົນ ບໍ່ປະຕິບັດຕາມແມ່ນຖືວ່າມີຄວາມຜິດ ແລະ ຈະຕ້ອງໄດ້ຖືກປະຕິບັດຕາມລະບຽບກົດຫມາຍ ຂອງ ສປປ ລາວ.

4). ລາຍລະອຽດເພີ່ມເຕີມ ແລະ ບ່ອນປະສານງານ ແມ່ນກົມຂະບວນການຊາວຫນຸ່ມສູນກາງຊາວຫນຸ່ມປະຊາຊົນປະຕິວັດລາວ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນຮັບຊາບ ແລະ ປະຕິບັດນັບແຕ່ມື້ໄດ້ຮັບແຈ້ງການເປັນຕົ້ນໄປ.”

Leave a Reply

Your email address will not be published. Required fields are marked *