• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ວິກຕໍ ນັກເຕະເຊື້ອສາຍລາວລາຍງານຕົວທີ່ລາວ ກຽມຊ່ວຍ ຢູ 23 ລາວ ຮັບມື ບຣູໄນ

ວິກຕໍ ໄຊຊະນະ ໂຢວິນາສັກ ນັກເຕະເຊື້ອສາຍລາວ-ຝຣັ່ງ ຈາກສະໂມສອນ SC SELONGEY ໃນລີກ 3 ຂອງປະເທດຝຣັ່ງ ເດີນທາງຮອດ ສປປ ລາວ ເພື່ອກຽມຊ່ວຍທີມຊາດລາວ ໃນຮຸ່ນອາຍຸບໍ່ເກີນ 23 ໃນນັດອຸ່ນກັບ ຢູ 23 ບຣູໄນ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ ເວລາ 16:00 ໂມງຂອງວັນທີ 12 ສິງຫາ 2023. ລາຍລະອຽດເບິ່ງຄລິບ

ວິກຕໍ ກໍເດີນທາງມາຮ່ວມຄັດເລືອກທີມຊາດລາວ ຢູ 23 ເພື່ອກຽມພ້ອມເຂົ້າຮ່ວມການແຂ່ງຂັນບານເຕະ ຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ປະຈຳປີ 2023 (AFF U23 CHAMPIONSHIP 2023) ຢູ່ທີ່ແຂວງຣະຢອງ ປະເທດໄທ ເຊິ່ງມີ 10 ຊາດເຂົ້າຮ່ວມແບ່ງເປັນ 3 ກຸ່ມຄື:
– ກຸ່ມ A : ໄທ, ກຳປູເຈຍ, ບຣູໄນ ແລະ ມຽນມາ
– ກຸ່ມ B : ຕີມໍເລສເຕ, ມາເລເຊຍ ແລະ ອິນໂດເນເຊຍ
– ກຸ່ມ C : ຫວຽດນາມ, ຟີລິບປິນ ແລະ ລາວ

ເຊິ່ງກ່ອນຈະຮອດລາຍການດັ່ງກ່າວ ທີມຊາດລາວ ຢູ 23 ມີນັດອຸ່ນເຄື່ອງກັບ ບຣູໄນ ລາຍລະອຽດເບິ່ງຄລິບ

Leave a Reply

Your email address will not be published. Required fields are marked *