• Sun. Dec 10th, 2023

Lao Sport Update

ຮອບດ້ານວົງການກິລາ

ເອົາໃຈຊ່ວຍ ຢູ 20 ລາວ ສູ້ກັບ ເຢເມນ ແລງນີ້ ຖ້າຊະນະມີລຸ້ນໄປຕໍ່

ByAdmin KL

Sep 14, 2022

ພາຍຫຼັງທີ່ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 20 ປີລົງສະໜາມ 2 ນັດ ຊະນະ ກວມ 3-0 ແລະ ເສຍໃຫ້ກັບ ຍີ່ປຸ່ນ 0-4 ເຮັດໃຫ້ມີ 3 ຄະແນນ ໃນການແຂ່ງຂັນບານເຕະຊີງແຊັມອາຊີ 2023 ຮອບຄັດເລືອກ ກຸ່ມ C ທີ່ ສປປ ລາວ ເປັນເຈົ້າພາບ.

ແນ່ນອນນັດທີ 3 ນັດທີ່ຈະພົບກັບ ເຢເມນ ແລງຂອງມື້ນີ້ວັນທີ 14 ກັນຍາ 2022 ທີ່ສະໜາມກິລາແຫ່ງຊາດ ຫຼັກ 16 ຈິ່ງມີຄວາມສໍາຄັນຫຼາຍ ຕ້ອງຊະນະສະຖານດຽວຈິ່ງມີໂອກາດລຸ້ນໄປຕໍ່ ແຕ່ຖ້າເສຍໂອກາດຕົກຮອບສູງ.

ເນື່ອງຈາກປັດຈຸບັນ ທີມຊາດຍີ່ປຸ່ນ ລົງສະໜາມນັດທໍາອິດມີ 3 ຄະແນນຢູ່ອັນດັບທີ 2 ຂອງຕາຕະລາງຄະແນນລວມ, ສ່ວນ ທີມນໍາເອົາຂອງ ປາແລັສຕິນ ມີ 4 ຄະແນນຈາກ 2 ນັດ ແລະ ທີມຊາດລາວ ຢູ່ອັນດັບ 3 ມີ 3 ຄະແນນຈາກ 2 ນັດ, ອັນດັບ 4 ເຢເມນ ມີິ 1 ຄະແນນຈາກ 1 ນັດ ແລະ ອັນດັບ 5 ກວມ ລົງສະໜາມ 2 ນັດບໍ່ມີຈັກຄະແນນ.

ສ່ວນນັດສຸດທ້າຍ ທີມຊາດລາວ ຢູ 20 ຈະມີຂຶ້ນ 18/09/2022 ເວລາ 19:00 ລາວ ພົບ ປາແລສຕິນ ໂດຍການແຂ່ງຂັນລາຍການດັ່ງກ່າວ ມີ 43 ທີມ ເຂົ້າຮ່ວມ ໂດຍໄດ້ແບ່ງອອກເປັນ 10 ກຸ່ມ, ອັນດັບ 1 ຂອງແຕ່ລະກຸ່ມແມ່ນຈະໄດ້ຜ່ານເຂົ້າຮອບ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຈຳນວນ 5-6 ທີມ ຈະໄດ້ຜ່ານເຂົ້າຮອບສຸດທ້າຍທີ່ ປະເທດອຸສະເບກິສຖານ ໃນປີ 2023

Leave a Reply

Your email address will not be published. Required fields are marked *